ໃນວັນທີ 14 ກໍລະກົດ 2023 ທີ່ໂຮງແຮມຣີເວີເຣຍ ເມືອງ ທ່າແຂກ, ແຂວງຄໍາມ່ວນ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນວຽກເຮັດງານທໍາ ວີແທດ ( VTESS) ໄດ້ຈັດງານມະຫາກໍາຊອກວຽກເຮັດງານທໍາ 108 JOB ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພາກສ່ວນສະຖາບັນການສຶກສາ, ບັນດາພະແນກການອ້ອມຂ້າງແຂວງ, ຕາງໜ້າຄະນະຮັບຜິດຊອບໂຄງການວີແທດ, ອົງການສະວີສຄອນແທັກ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ແຂກຖືກເຊີນ, ຕະຫລອດຮອດມວນຊົນທີ່ສົນໃຈ ເຂົ້າຮ່ວມໃນໂຄງການຢ່າງຫຼວງຫຼາຍ.
 
ພາຍໃນງານປະກອບດ້ວຍບູດຂອງຫ້ອງການປະກັນສັງຄົມ ແຂວງຄຳມ່ວນແລະ ຫລາຍກິດຈະກໍາທີ່ສົ່ງເສີມການມີວຽກເຮັດງານທໍາເຊັ່ນ : ການພົບປະກັບບັນດາບໍລິສັດເກືອບ 30 ບໍລິສັດ ທີ່ມາເປີດບູດຮັບສະໝັກພະນັກງານ ໃນຈໍານວນຫລາຍກວ່າ 300 ຕໍາແໜ່ງ, ນອກນັ້ນ ໄດ້ຈັດເວທີເສວະນາ ກ່ຽວກັບການຈ້າງງານ, ຄຸນສົມບັດ ແລະ ທັກສະຂອງຜູ້ສະໝັກທີ່ນາຍຈ້າງຕ້ອງການ, ກິດຈະກໍາຝຶກຂຽນຊີວະປະຫວັດສະໝັກວຽກ, ການຝຶກຊ້ອມສໍາພາດວຽກ, ການເຮັດແບບປະເມີນຄວາມສົນໃຈດ້ານອາຊີບ, ຈຸດວາງສະແດງຂໍ້ມູນອາຊີບ. ພ້ອມດ້ວຍການຝຶກອົບຮົມໃນຫລາຍຫົວຂໍ້ເຊັ່ນ : ການກຽມຄວາມພ້ອມໃນການສະໝັກວຽກ, ການຄົ້ນຫາຕົນເອງ ແລະ ການຕັ້ງເປົ້າໝາຍ, ລວມທັງມາລະຍາດທາງທຸລະກິດ, ການປະກອບອາຊີບດ້ວຍຕົນເອງ ແລະ ກິດຈະກໍາອື່ນໆ ທີ່ຫລາກຫລາຍ.
ງານມະຫາກໍາຊອກວຽກເຮັດງານທໍາ 108 JOB ນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ, ນັບແຕ່ວັນທີ 14 – 15 ກໍລະກົດ ເລີ່ມແຕ່ເວລາ 8 ໂມງ ຫາ 5 ໂມງແລງ ດັ່ງນັ້ນຈິ່ງຂໍເຊີນຊວນທຸກພາກສ່ວນທີ່ໃຫ້ຄວາມສົນໃຈ ຈົ່ງຢ່າລືມຢ່າພາດ ແລະ ຫາໂອກາດມາເຂົ້າຮ່ວມງານມະຫາກໍາຊອກວຽກເຮັດງານທໍາໃນຄັ້ງນີ້ດ້ວຍ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)