ການອຸດໜູນສະມາຊິກຄອບຄົວຜູ້ເສຍຊີວິດ
ການອຸດໜູນສະມາຊິກຄອບຄົວແມ່ນການສະໜອງເງິນອຸດໜູນເປັນລາຍເດືອນໃຫ້ ຜົວ ຫຼື ເມຍ, ລູກ, ພໍ່ ແລະ ແມ່ ຂອງຜູ້ເສຍຊີວິດ.
- ເງື່ອນໄຂ ການເກີດສິດ
- ຜູ້ເສຍຊີວິດໄດ້ຖອກເງິນສົມທົບເຂົ້າກອງທຶນ 5 ປີ ຫຼື 60 ເດືອນຂຶ້ນໄປ;
- ສະມາຊິກຄອບຄົວ ຜູ້ທີ່ມີສິດຮັບເງິນອຸດໜູນຕ້ອງ:
- ຜົວມີອາຍຸກະສຽນ 60 ປີ, ເມຍ 55 ປີຂຶ້ນໄປ ນັບແຕ່ວັນຜູ້ປະກັນຕົນເສຍຊີວິດ ທີ່ບໍ່ມີລາຍໄດ້ປົກກະຕິ ແລະ ບໍ່ໄດ້ແຕ່ງດອງໃໝ່ ຫຼື ເປັນຜູ້ເສຍກຳລັງແຮງງານ ທີ່ບໍ່ໄດ້ຮັບເງິນ ອຸດໜູນໃດໜຶ່ງ ນຳອົງການປະກັນສັງຄົມແຫ່ງຊາດ;
- ລູກຄີງ, ລູກລ້ຽງ ຫຼື ລູກນ້າ ທີ່ມີອາຍຸ 18 ປີລົງມາ ແລະ ລູກ ທີ່ເປັນຄົນພິການ ຫຼື ເສຍຈິດ ໃນໄລຍະແຕ່ກຳເນີດ ຫຼື ໄລຍະຫຼັງກຳເນີດ ຫາ 18ປີ ທີ່ບໍ່ສາມາດເຮັດວຽກ ຫຼື ບໍ່ມີລາຍໄດ້ໃດໜຶ່ງ ຈະໄດ້ຮັບເງິນອຸດໜູນເປັນລາຍເດືອນຕະຫຼອດຊີວິດ. ສ່ວນລູກ ທີ່ມີພໍ່ ແລະ ແມ່ ທັງສອງເປັນຜູ້ປະກັນຕົນ ໄດ້ເສຍຊີວິດ ຈະໄດ້ຮັບອຸດໜູນສະມາຊິກຄອບຄົວນຳພໍ່ ຫຼື ແມ່;
- ກໍລະນີ ຜູ້ປະກັນຕົນ ເປັນລູກຄົນດຽວ ຫຼື ລູກໂທນ ເປັນຜູ້ເບິ່ງແຍງລ້ຽງດູພໍ່ແມ່ ຫ້າກເສຍຊີວິດ, ພໍ່ມີອາຍຸກະສຽນ 60ປີ ແລະ ແມ່ມີອາຍຸກະສຽນ 55ປີ ຂຶ້ນໄປ ຊຶ່ງບໍ່ມີລາຍໄດ້ປົກກະຕິ ກໍຈະໄດ້ຮັບເງິນອຸດໜູນເປັນລາຍເດືອນຕະຫຼອດຊີວິດ.
- ຜົນປະໂຫຍດ ຫຼື ການອຸດໜູນ ທີ່ຈະໄດ້ຮັບ:
- ຜົວ ຫຼື ເມຍ ໄດ້ຮັບເທົ່າກັບ 30 % ຂອງເງິນເດືອນຜູ້ເສຍຊີວິດ.
- ລູກ ໄດ້ຮັບເທົ່າກັບ 20% ຂອງເງິນເດືອນຜູ້ເສຍຊີວິດ, ຖ້າລູກຫຼາຍຄົນຄິດໄລ່ເງິນອຸດໜູນໃຫ້ບໍ່ເກີນ 60%.
ຖ້າລວມເງິນອຸດໜູນ ຜົວ ຫຼື ເມຍ ແລະ ລູກເຂົ້າກັນ ບໍ່ໃຫ້ເກີນ 80% ຂອງເງິນເດືອນປະກັນຕົນ
ຜູ້ເສຍຊີວິດ.
- ພໍ່ ແລະ ແມ່ໄດ້ຮັບເທົ່າກັບ 30% ຂອງເງິນເດືອນຜູ້ເສຍຊີວິດ, ລວມເງິນອຸດໜູນ ທີ່ຈະໄດ້ຮັບ ບໍ່ໃຫ້ເກີນ 50% ຂອງເງິນເດືອນຜູ້ເສຍຊີວິດ.
ເອກະສານ ທີ່ຕ້ອງໄດ້ປະກອບ
- ໃບສຳເນົາບັດປະກັນສັງຄົມ ຂອງຜູ້ປະກັນຕົນ;
- ໃບຢັ້ງຢືນການເສຍຊີວິດ;
- ຖ້າແມ່ນຄູ່ສົມລົດ ຫຼື ລູກ ເປັນຜູ້ເສຍຊີວິດ ຕ້ອງອັດສຳເນົາປື້ມສຳມະໂນຄົວ ຫຼື ເອກະສານ
ໃດໜຶ່ງ ທີ່ຖືກຕ້ອງກັບຂໍ້ມູນຂອງຜູ້ປະກັນຕົນ;
- ຖ້າແມ່ນພໍ່ ແລະ ແມ່ຂອງຜູ້ເສຍຊີວິດ ຕ້ອງມີເອກະສານທາງການໃດໜຶ່ງ ທີ່ຢັ້ງຢືນເຖິງການເປັນ
ພໍ່ ແລະ ແມ່ ທີ່ຜູ້ເສຍຊີວິດໄດ້ເບິ່ງແຍງ-ລ້ຽງດູ.
- ຖ້າໃຫ້ຜູ້ຕາງໜ້າ ຍື່ນແບບຂໍຮັບເງິນອຸດໜູນແທນ ຕ້ອງອັດສຳເນົາບັດປະຈຳຕົວ ຫຼື ເອກະສານ
ທາງການໃດໜຶ່ງ.