ຄວາມເປັນມາ ຂອງປະກັນສັງຄົມລາວ.

I. ການພັດທະນາວຽກງານປະກັນສັງຄົມຢູ່ ສປປ ລາວ

​ເພື່ອ​ເປັນ​ກົນ​ໄກ ​ແລະ ​​ເຄື່ອງມື​ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ປະກັນ​ສັງຄົມ​​ຢູ່ ສປປ ລາວ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ຢ່າງທົ່ວ​ເຖິງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປັບປຸງ ​ແລະ ຍົກ​ລະດັບ​ການປະກັນສັງຄົມ ຈາກດຳລັດສະບັບເລກທີ 70/ນຍ ວ່າດ້ວຍລະບອບປະກັນສັງຄົມແຫ່ງລັດ ແລະ ດຳລັດສະບັບເລກທີ 207/ນຍ ວ່າດ້ວຍລະບອບປະກັນສັງຄົມສຳລັບຜູ້ອອກແຮງງານໃນວິສາຫະກິດ ໂດຍສ້າງເປັນກົດໝາຍ ວ່າດ້ວຍການປະກັນສັງຄົມ, ຊຶ່ງກອງປະຊຸມສະພາແຫ່ງຊາດເທື່ອທີ 5 ຊຸດທີ VII ໄດ້ຮັບ ຮອງໃນວັນ​ທີ 26 ກໍລະກົດ 2013 ຢ່າງ​ເປັນທາງການ. ກົດໝາຍສະບັບ​ນີ້​ໄດ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານ ປະກັນສັງຄົມໃຫ້ເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ ເພື່ອປົກປ້ອງສິດ ​ແລະ ຜົນປະໂຫຍດຂອງ ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນ ໃນທຸກຂົງເຂດ​ການ​ຜະລິດ ​ແລະ​ ການ​ບໍລິການ ພ້ອມທັງ ຜູ້​ສະໝັກ​ໃຈ ທີ່​ໄດ້ສົມທົບ​ເງິນ​ເຂົ້າກອງ​ທຶນ​ປະກັນ​ສັງຄົມ​ ຕາມ​ທີ່​ກົດໝາຍ​ກຳນົດ.

​​ການ​ປະກັນ​ສັງຄົມ​ຕາມກົດໝາຍ​ສະບັບ​ນີ້​ແມ່ນການ​ໂຮມ​ເອົາກອງທຶນ​ປະກັນ​ສັງຄົມ ​​ພາກ​ລັດຖະກອນ ​ແລະ ພາກວິສາຫະກິດເຂົ້າກັນເປັນ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ)​ ເພື່ອ​ເຮັດໃຫ້ກອງທຶນ ດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງທາງດ້ານແຫຼ່ງເງິນ ແລະ ​ເປັນ​ການສົ່ງເສີມການລົງທຶນ ທີ່​ຈະ​ເຮັດ​ໃຫ້ສະຖານະພາບທາງ​ດ້ານການເງິນມີ​ຄວາມ​ໝັ້ນຄົງ ​ແລະ ຍືນ​ຍົງຍິ່ງ​ຂຶ້ນ ເພື່ອສາມາດ​ຮັບປະກັນການສະໜອງ​ເງິນ​ອຸດ​ໜູນປະກັນສັງຄົມ ໃນກໍລະນີ​ຜູ້​ປະກັນ​ຕົນ ຫຼື ສະມາຊິກຄອບຄົວເກີດ​ເຫດການ​ໃດ​ໜຶ່ງ ທີ່​ພາ​ໃຫ້ມີຄວາມ​ສ່ຽງ​ຕໍ່​ການ​ມີ​ລາຍ​ຈ່າຍ​ເພີ່ມ ​ແລະ ​ໃນ​ເວລາ​ຂາດ​ລາຍ​ຮັບ​ເຊັ່ນ: ອຸດໜູນອຸປະຕິເຫດແຮງງານ ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ ທີ່ມີການເສຍອົງຄະ, ອຸດໜູນປິ່ນປົວສຸຂະພາບ, ອຸດໜູນອອກລູກ ຫຼື ຫຼຸລູກ, ອຸດ​ໜູນ​ປ່ວຍການ, ອຸດໜູນເສຍອົງຄະ, ອຸດໜູນບໍານານ, ອຸດໜູນເສຍຊີວິດ, ອຸດໜູນສະມາຊິກຄອບຄົວຂອງຜູ້ເສຍຊີວິດ ແລະ ອຸດໜູນວ່າງງານ.

​ໃນ​ກົດໝາຍ​ວ່າດ້ວຍ​ການ​ປະກັນ​ສັງຄົມ, ມາດຕາ 04 ໄດ້​ເວົ້າ​ເຖິງນະໂຍບາຍຂອງ​ລັດກ່ຽວກັບການປະກັນສັງ ຄົມວ່າ ລັດຖະບານຊຸກຍູ້ ແລະ ສົ່ງເສີມການພັດທະນາວຽກງານປະກັນສັງຄົມໃຫ້ດຳເນີນໄປຄຽງຄູ່ ກັບການເຕີບໂຕທາງ ດ້ານເສດຖະກິດ, ຊຶ່ງລັດຖະບານ ກໍ​ຄື ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກ​ໃຈຕ້ອງສົມທົບເງິນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເພື່ອຮັບປະກັນການຕອບສະໜອງການອຸດໜູນປະກັນສັງຄົມພາຍໃຕ້ການຄຸ້ມຄອງຂອງລັດ ໂດຍມີການຍົກເວັ້ນອາກອນ ສຳລັບເງິນອຸດໜູນປະກັນສັງຄົມປະເພດຕ່າງໆ ກໍ​ຄື ເງິນສົມທົບເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ.

ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ ​ເລກທີ 34/ສພຊ, ລົງ​ວັນ​ທີ 26 ກໍລະກົດ 2013 ໄດ້​ເລີ່ມຈັດຕັ້ງປະຕິບັດ​ ນັບ​ແຕ່​ເດືອນ ຕຸລາ 2014, ​ໂດຍປະຕິບັດ​ຕາມ ຄຳ​ແນະນຳ ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ແລະ ສະຫວັດດີການ​ສັງຄົມ​ ສະບັບ​ເລກທີ​ 2751/ຮສສ, ລົງ​ວັນ​ທີ 24 ກໍ​ລະ​ກົດ 2015 ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ກົດໝາຍສະບັບ​ດັ່ງກ່າວ. ພາຍຫຼັງການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວມາໄລຍະໜຶ່ງ ເຫັນໄດ້ວ່າຍັງມີບາງເນື້ອໃນຍັງບໍ່ທັນສົມບູນເທົ່າທີ່ຄວນ ແລະເພື່ອຮັບປະກັນໃນການຫຼຸດຜ່ອນຊ່ອງວ່າງທາງດ້ານກົດໝາຍ ທີ່ອາດຈະສົ່ງຜົນກະທົບຕໍ່ກອງທຶນປະກັນສັງຄົມໃນໄລຍະຍາວ ມາຮອດວັນທີ 27 ມິຖຸນາ 2018 ສະພາແຫ່ງຊາດ ຈິ່ງໄດ້ອອກມະຕິຮັບຮອງເອົາກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ສະບັບເລກທີ 54/ສພຊ ທີ່ປະກອບດ້ວຍ 123 ມາດຕາ ແລະ ຄໍາແນະນໍາວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ສະບັບເລກທີ 1206/ຮສສ ລົງວັນທີ 23 ເມສາ 2019 ພ້ອມທັງເລີ່ມຈັດຕັ້ງປະຕິບັດໃນວັນທີ 01 ພຶດສະພາ 2020 ເປັນຕົ້ນມາ.

II. ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ

2.1. ຄວາມ​ໝາຍ​ຂອງກອງ​ທຶນປະກັນ​ສັງຄົມ​ແຫ່ງ​ຊາດ

ກອງ​ທຶນປະກັນ​ສັງຄົມ​ແຫ່ງ​ຊາດ (ກປຊ) ແມ່ນ ກອງ​ທຶນ​ສະ​ສົມ​ເງິນ​ສົມທົບ​ຂອງ ລັດຖະບານ, ຜູ້​ໃຊ້​ແຮງ​ງານ, ຜູ້​ອອກ​ແຮງ​ງານ, ຜູ້​ປະກອບ​ອາຊີບ​ສ່ວນ​ບຸກຄົນ ແລະ ຜູ້​ສະໝັກ​ໃຈ, ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ອຸດ​ໜູນ​ປະກັນ​ສັງຄົມ ຕາມ​ທີ່​ໄດ້​ກຳນົດ.

2.2. ອັດຕາ​ສ່ວນ​ເງິນ​ສົມທົບ​ເຂົ້າ ກອງ​ທຶນປະກັນ​ສັງຄົມ​ແຫ່ງ​ຊາດ:

ການ​ປະກອບ​ເງິນ​ສົມທົບ​ເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ ມີ​ດັ່ງນີ້:

– 16,5% ພາກລັດຖະກອນ, ​ໃນ​ນີ້ 8% ຈາກພະນັກງານ-ລັດຖະກອນ, ທະຫານ, ຕ່ຳ​ຫຼວດ ​ແລະ 8,5% ​ຈາກລັດຖະບານ;

– 11,5% ພາກວິສາຫະກິດ, ​ໃນ​ນີ້ 5,5% ຈາກ​ຜູ້​ອອກ​ແຮງ​ງານ ແລະ 6% ຈາກ​ຜູ້​ໃຊ້​ແຮງ​ງານ;

– 9% ຈາກຜູ້ປະກັນຕົນແບບສະໝັກໃຈ.

2.3. ກອງທຶນການອຸດໜູນປະກັນສັງຄົມແຫ່ງຊາດ

​ເງິນ​ສົມທົບ​ທັງ​ໝົດ​ຕ້ອງ​ໄດ້​ເກັບ​ ແລະ ​ສະ​ສົມ​ໄວ້​ໃນກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ​​ ​ໂດຍ​​ໄດ້​ຈັດ​ແບ່ງ​ເຂົ້າ​ໃສ່​ແຕ່ລະ​ກອງ​ທຶນ​ການ​ອຸດ​ໜູນປະກັນສັງຄົມຕາມ​ອັດຕາ​ສ່ວນ​ດັ່ງລຸ່ມນີ້:

 

III. ການຄຸ້ມ​ຄອງ​ຜູ້​ສະໝັກ​ໃຈ

​3.1. ເປົ້າ​ໝາຍ​ການ​ຄຸ້ມ​ຄອງ:

  1. ຜູ້ສືບຕໍ່ປະກັນຕົນແບບສະໝັກໃຈຢູ່ປະຈຸບັນ;
  2. ຜູ້ປະກັນຕົນ ທີ່ສິ້ນສຸດສັນຍາ​ແຮງງານ ແລະ ກຳລັງຊອກເຮັດວຽກນຳວິສາຫະກິດ;
  3. ຜູ້ປະກັນຕົນ ທີ່ສິ້ນສຸດ​ການ​ຮັບ​ເງິນ​ອຸດ​ໜູນ​ວ່າງ​ງານ ແລະ ຍັງ​ບໍ່​ທັນ​ໄດ້ເຂົ້າເຮັດວຽກ ນຳວິສາຫະກິດ​ໃດ​ໜຶ່ງ ຫຼື ໄດ້​ເຂົ້າ​ເຮັດ​ວຽກ​ນຳ​ວິ​ສາ​ຫະກິດ ທີ່ບໍ່​ທັນເຂົ້າປະກັນສັງຄົມ;
  4. ຜູ້ປະກອບ​ອາຊີບ​ສ່ວນ​ບຸກຄົນ ແລະ ຜູ້​ສະໝັກ​ໃຈ​ທົ່ວ​ໄປ;
  5. ເຈົ້າຂອງ​ຫົວໜ່ວຍ​ວິ​ສາ​ຫະກິດ​ສ່ວນ​ບຸ​ກຄົນ.

​ຜູ້​ສະໝັກ​ໃຈ ທີ່​ຈະເ​ຂົ້າ​ເປັນ​ຜູ້​ປະກັນ​ຕົນ​ແບບ​ສະໝັກ​ໃຈ​ຕ້ອງ​ມີ​ອາຍຸຢູ່​ລະຫວ່າງ 14 – 60 ປີ

3.2. ການ​ເຂົ້າ​ເປັນ​ຜູ້​ປະກັນ​ຕົນ​ແບບ​ສະໝັກ​ໃຈ:

ຜູ້​ສະໝັກ​ໃຈ​ຕ້ອງ​ໄດ້​ເຮັດ​ສັນຍາ​ກັບ ອປຊ ​​ໃນ​ການ​ເຂົ້າ​ເປັນ ຜູ້​ປະກັນ​ຕົນ​ແບບ​ສະໝັກ​ໃຈ ​ເພື່ອ​ກຳນົດ​ພັນທະ ພ້ອມ​ທັງສິດ ​ແລະ ​ຜົນ​ປະ​ໂຫຍ​ດ.

ຜູ້​ປະກັນ​ຕົນ​ແບບ​ສະໝັກ​ໃຈ ຕ້ອງ​ໄດ້​ສົມທົບ​ເງິນ​ເຂົ້າ ກປຊ ​ໃນ​ອັດຕາ​ສ່ວນ​ເງິນ​ສົມທົບ 9% ຂອງ​ເງິນ ທີ່​ສາມາດ​ເລືອກ​ເອົາ​ເປັນລະດັບ​ເງິນເດືອນ​ປະກັນ​ຕົນ​ຂອງ​ຜູ້ກ່ຽວ ​ໂດຍ​ໃຫ້​ຢູ່​ລະຫວ່າງ​ຄ່າແຮງງານຂັ້ນຕໍ່າທີ່ລັດຖະບານກໍານົດຂອງ​ພາກ​ວິ​ສາ​ຫະກິດ ທີ່​ລັດ​ກຳນົດ​ໃຊ້ ​ແລະ ​ສູງ​ສຸດ ບໍ່ເກີນ 2.700.000 ກີບ ທີ່ ອປຊ ໄດ້ກຳນົດ​ໄວ້ ເພື່ອການ​ອຸດ​ໜູນ​ປະກັນ​ສັງຄົມ​ເຊັ່ນ: ການ​ອຸດ​ໜູນປະກັນ​ສຸຂະພາບ, ການ​ອຸດ​ໜູນ​ອອກລູກ, ການ​ອຸດ​ໜູນ​ປ່ວຍ​ການ, ອຸດ​ໜູນເສຍກໍາລັງແຮງງານ, ອຸດ​ໜູນ​ບຳນານ, ​ ອຸດ​ໜູນ​ເສຍ​ຊີວິດ ​ແລະ ການ​ອຸດ​ໜູນ​ສະມາຊິກ​ຄອບຄົວ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)