ກອງປະຊຸມສະພາບໍລິຫານ ຄັ້ງປະຖົມມະລຶກ ຂອງອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 08 ຕຸລາ 2020ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງອົງການປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ,


ໂດຍການເປັນປະທານຂອງທ່ານ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານສະພາບໍລິຫານຂອງອົງການປະກັນສັງຄົມແຫ່ງຊາດ, ມີຮອງປະທານ, ຄະນະກໍາມະການ ສະພາບໍລິຫານ ອປຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ແມ່ນໄຂຂື້ນໃນທ່າມກາງທີ່ທົ່ວພັກທົ່ວລັດກ້າວໄປສູ່ໄລຍະທ້າຍສະໄໝຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເວົ້າລວມ ເວົ້າສະເພາະກໍ່ຄືການສຸມໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຮສສ ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມຄັ້ງທີ 4 ສະໄໝທີ V ເພື່ອກະກຽມດໍາເນີນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VI. ຈຸດປະສົງຂອງການຈັດກອງປະຊຸມສະພາບໍລິຫານ ອປຊ ກໍ່ເພື່ອເປັນການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປິ່ນອ້ອມຂອງອົງການປະກັນສັງຄົມແຫ່ງຊາດໃນໄລຍະ 09 ເດືອນ ແລະ ແຜນການງວດ IV ປີ 2020 ໂດຍການລາຍງານຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຊິ່ງທ່ານໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດຂອງວຽກງານຈຸມສຸມ ເປັນຕົ້ນແມ່ນ: ສໍາເລັດການຈັດພິທີປະກາດການຈັດຕັ້ງຂອງ ອົງການປະກັນສັງຄົມແຫ່ງຊາດ, ສໍາເລັດການຈັດກອງປະຊຸມໃຫຍ່ໜ່ວຍພັກຂອງອົງການປະກັນສັງຄົມແຫ່ງຊາດຄັ້ງທີ I ແລະ ຈັດຕັ້ງພິທີປະກາດການແຕ່ງຕັ້ງຄະນະສະພາບໍລິຫານ ອປຊ ຊຸດໃໝ່, ສໍາເລັດການລົງຕິດຕັ້ງ ແລະ ຝຶກອົບຮົມລະບົບໂປຼແກຼມ ຜູ້ສະໝັກໃຈໃຫ້ສາມາດຮັບເງິນສົມທົບລ່ວງໜ້າຕາມອາຍຸສັນຍາ ແລະ ການຮັບເງິນສົມທົບຂອງຜູ້ສະໝັກໃຈຜ່ານປ່ອງບໍລິການຂອງ ທະນາຄານພັດທະນາລາວ ໃຫ້ຫ້ອງການປະກັນສັງຄົມແຂວງໃນຂອບເຂດທົ່ວປະເທດ, ສົມທົບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກການມອບໂອນ ເພື່ອໃຫ້ສອງພາກສ່ວນ ສາມາດດໍາເນີນການຈັດຕັ້ງປະຕິບັດການເບີກຈ່າຍເງິນອຸດໜູນຄົບຊຸດໄດ້ດ້ວຍຕົນເອງໃນປີ 2021 ເປັນຕົ້ນໄປ ແລະອື່ນໆ. ນອກນັ້ນກອງປະຊຸມຍັງໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາບໍລິຫານ, ການແບ່ງໜ້າທີ່ ຄວາມຮັບຜິດຊອບ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາ ນໍາອີກ.

ໃນໂອກາດດັ່ງກ່າວ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ ໄດ້ຕີລາຄາສູງຕໍ່ກັບຜົນສໍາເລັດຂອງວຽກງານອົງການປະກັນສັງຄົມທີ່ຍາດມາໄດ້ ແລະ ພ້ອມກັນເພີ່ມຄວາມເອົາໃຈໃສ່ໃນການພັດທະນາປັບປຸງບັນຫາຂໍ້ຄົງຄ້າງເພື່ອຮັບປະກັນໃຫ້ວຽກງານມີຜົນສໍາເລັດຢ່າງຮອບດ້ານ ໂດຍອີງໃສ່ຂອດການປະສານງານທີ່ດີ, ນອກນັ້ນທ່ານຍັງໄດ້ໃຫ້ຮູ້ອີກວ່າ: ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແມ່ນໄດ້ສົ່ງຜົນກະທົບເປັນວົງກ້ວາງຕໍ່ກັບເສດຖະກິດ-ສັງຄົມແຫ່ງຊາດ, ສະເພາະວຽກງານແຮງງານ ແລະ ສະຫວັດດີການສັງຄົມ ມີບາງແຜນງານຕ້ອງໄດ້ຢຸດສະຫງັກ ແຕ່ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ສິດຂອງຄະນະພັກ, ຄະນະນໍາ ແລະ ຄວາມເປັນເຈົ້າການ ໃນການຊີ້ນໍາ-ນໍາພາຢ່າງມີຈຸດສຸມ ແລະ ຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ສາມາດບັນລຸລ່ວງໄປໄດ້ ໂດຍສະເພາະແມ່ນວຽກງານປະກັນສັງຄົມ ທີ່ຍັງສາມາດສືບຕໍ່ດໍາເນີນໃຫ້ບໍລິການສະໜອງເງິນອຸດໜູນ ປະເພດຕ່າງໆ ໃຫ້ແກ່ຜູ້ປະກັນຕົນໄດ້ເປັນທີ່ເພິ່ງພໍໃຈ, ຄຽງຄູ່ກັນນັ້ນກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະສະພາບໍລິຫານທັງໝົດ ໃນໄລຍະທີ່ຜ່ານມາ.

ກອງປະຊຸມສະພາບໍລິຫານຂອງ ອປຊ ຄັ້ງປະຖົມມະລຶກໃນຄັ້ງນີ້ ແມ່ນມີຂື້ນພາຍຫຼັງໄດ້ຮັບການປະກາດການໂຮມຕົວຂອງ ກົມປະກັນສັງຄົມ ແລະ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ເຂົ້າເປັນ ອົງການປະກັນສັງຄົມແຫ່ງຊາດ ຢູ່ຂັ້ນສູນກາງ ໃນເດືອນມິຖຸນາ 2020 ແລະ ໂຮມເອົາຂະແໜງປະກັນສັງຄົມ ແລະ ສູນບໍລິການກອງທຶນປະກັນສັງຄົມ ຢູ່ຂັ້ນແຂວງ ເຂົ້າເປັນ ຫ້ອງການປະກັນສັງຄົມແຂວງ ທັງນີ້ກໍ່ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຢ່າງລວມສູນພາຍໃຕ້ກົດໝາຍວ່າດ້ວຍ ການປະກັນສັງຄົມສະບັບປັບປຸງ. ກອງປະຊຸມນອກຈາກຈະມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາແລ້ວ ຍັງໄດ້ມີການຮັບເອົາ ຂໍ້ສະເໜີ ແລະ ຮັບຮອງເອົາວຽກງານສໍາຄັນຕ່າງໆຕື່ມອີກ. ກອງປະຊຸມສະພາບໍລິຫານ ອປຊ ຄັ້ງທີ I ໄດ້ດໍາເນີນໄປດ້ວຍຜົນສໍາເລັດ ໃນເວລາ 12:00 ໂມງ.

ພາບ-ຂ່າວໂດຍ: ພະແນກໂຄສະນາ-ປະຊາສໍາພັນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)