ໃນວັນທີ 8 ທັນວາ 2011 ທີ່ຜ່ານມາ ອປສ ໄດ້ຈັດພິທີເປີດສາຂາປະກັນສັງຄົມຂຶ້ນທີ່ ແຂວງຊຽງຂວາງ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ພົນຈັດຕະວາ ເສີມສຸກ ສິມທະວົງ ຮອງເຈົ້າແຂວງໆຊຽງຂວາງ ແລະ ທ່ານ ບຸນຄົງ ຫຼ້າສຸກັນ ລັດຖະມົນຕີ ຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານສະ ພາບໍລິຫານ ອົງການປະກັນສັງຄົມ (ອປສ), ໂດຍມີບັນດາສະພາບໍລິຫານ, ຜູ້ອຳນວຍການ ອປສ ພ້ອມທັງບັນດາພະນັກງານອອ້ມຂ້າງແຂວງ, ຕາງໜ້າຈາກໂຮງໝໍແຂວງ, ຕາງໜ້າບັນດາ ລັດວິສາຫະກິດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.