![]() | ໃນຕອນເຊົ້າຂອງວັນທີ 23 ສິງຫາ 2018, ທີ່ ກະຊວງການຕ່າງປະເທດ ຮ່ວມກັບ ກົມປະກັນ ສັງຄົມ ກະຊວງ ຮສສ ແລະ ກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຈັດກອງ ປະຊຸມເຜີຍແຜ່ ຄໍາແນະນຳວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມ |
ໃຫ້ກຽດເປັນປະທານໂດຍ ທ່ານ ບົວພັດ ພຸດທະວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ, ມີບັນດາກົມອ້ອມ ຂ້າງ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງ ຂອງກະຊວງການຕ່າງປະເທດເຂົ້າຮ່ວມ 287 ທ່ານ, ຍິງ 134 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການທົບທວນຄືນ ແລະ ສ້າງຄວາມເຂົ້າໃຈເພີ່ມຕື່ມ ກ່ຽວກັບວຽກງານປະກັນສັງຄົມ ລວມເຖິງບັນດາຂໍ້ກໍານົດ ແລະ ແຈ້ງການຕ່າງໆທີ່ຕິດພັນກັບສະມາຊິກ, ຕາງໜ້າເຜີຍແຜ່ວຽກງານປະກັນສັງຄົມໂດຍ ທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກປະຊາສໍາພັນ ຫກປຊ ຊຶ່ງໄດ້ສະແດງໃຫ້ເຫັນໂດຍລວມກ່ຽວກັບລະບົບປະກັນສັງຄົມໃນລາວ ໂດຍສະເພາະແມ່ນ ພັນທະ ແລະ ຜົນປະໂຫຍດທີ່ຈະໄດ້ຮັບເວລາເຂົ້າເປັນສະມາຊິກປະກັນສັງຄົມ ພາຍໃຕ້ກົດໝາຍວ່າດ້ວຍປະກັນສັງຄົມສະບັບເລກທີ 34/ສພຊ ແລະ ແຈ້ງການກ່ຽວກັບການຫັກເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ສະບັບເລກທີ 4636/ຮສສ, ຈາກນັ້ນໃນກອງປະຊຸມ ຍັງໄດ້ເປີດ ໂອກາດໃຫ້ຜູ້ເຂົ້າຮ່ວມແລກປ່ຽນຖາມ-ຕອບກ່ຽວກັບບັນຫາສົນໃຈຕ່າງໆທີ່ຍັງບໍ່ເຂົ້າໃຈ ຊຶ່ງເຫັນໄດ້ບັນຫາທີ່ສົນໃຈຕົ້ນຕໍແມ່ນ ວຽກງານການປິ່ນປົວ ສຸຂະພາບ, ລະບົບການຈັດສັນກອງທຶນຂອງປະກັນສັງຄົມ ແລະ ລະບຽບການຫັກເງິນສົມທົບຂອງພະນັກງານທີ່ໄປປະຈໍາຢູ່ ຕ່າງປະເທດໄລຍະ ຍາວ ເຊັ່ນ ພະນັກງານການທູດ ແລະອື່ນໆ ຊຶ່ງທ່ານ ນາງ ດວງເດືອນ ກໍ່ໄດ້ຕອບ ແລະ ຊີ້ແຈ້ງບັນຫາຕ່າງໆຢ່າງກົງໄປກົງມາ ເຮັດໃຫ້ຜູ້ ເຂົ້າຮ່ວມເຂົ້າໃຈແຈ້ງຫຼາຍຂື້ນກ່ວາເກົ່າ.
ພາຍຫຼັງການເຜີຍແຜ່ຄຳແນະນຳໃນຄັ້ງນີ້ ເຫັນໄດ້ວ່າຜູ້ເຂົ້າຮ່ວມຮັບຟັງມີຄວາມເຂົ້າໃຈ ແລະ ຕີລາຄາສູງຕໍ່ກັບວຽກງານປະກັນສັງຄົມພາຍ ໃຕ້ກົດໝາຍ ທີ່ເປັນໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ເວົ້າລວມ ເວົ້າສະເພາະກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ VIII (2016-2020) ຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ບັນລຸຕາມຄາດໝາຍ.
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }