![]() | ຕອນເຊົ້າ ວັນທີ 21 ສິງຫາ 2018 ຢູ່ທີ່ ຫ້ອງປະຊຸມໃຫ່ຍຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດໃຫ້ມີກອງປະຊຸມຖອດຖອນບົດຮຽນ ປຶກສາຫາລືກ່ຽວກັບການໂອນເງິນອຸດໜູນປະກັນສັງຄົມເຂົ້າບັນຊີບຸກຄົນຂອງພາກລັດຖະກອນ ແລະ ພະນັກ ງານບຳນານ |
ໂດຍພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ-ການເງິນ, ກົມປະກັນສັງຄົມ ກະວງ ຮສສ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ຖວທ 100 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະທຳອິດທ່ານປະທານໄດ້ກ່າວຕ້ອນຮັບ ຄະນະຈາກຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ແລະ ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມໃນເທື່ອນີ້ແມ່ນຈັດຂຶ້ນເພື່ອໃຫ້ພະນັກງານລັດຖະກອນອ້ອມຂ້າງກະຊວງ ຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ເຂົ້າໃຈເຖິງສິດ ແລະ ຜົນປະໂຫຍດຂອງຕົນເອງທີ່ເປັນສະມາຊິກປະກັນສັງຄົມ, ສ້າງຄວາມເອກະພາບໃນການຮັບເງິນອຸດໜູນໄລຍະຍາວຈາກປະກັນສັງຄົມ ແລະ ເປັນເວທີແລກປ່ຽນຂໍ້ມູນຂ່າວສານຕ່າງໆລະຫວ່າງພະນັກງານອ້ອມຂ້າງກະຊວງ ແລະ ພະນັກງານຈາກຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຮັບນະໂຍບາຍຮ່ວງເງິນປະກັນສັງຄົມ ປີ 2018 ໃຫ້ມີຄວາມຖືກຕ້ອງ, ຊັດເຈນ,ທັນກັບສະພາບຕົວຈິງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ດັ່ງນັ້ນຈຶ່ງຈັດໃຫ້ມີກອງປະຊຸມເທື່ອນີ້ຂຶ້ນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ.
ຈາກນັ້ນ, ທ່ານ ນາງ ບົວຫອມ ພົມມະຈັນ, ຮອງຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຂຶ້ນອະທິບາຍສະພາບລວມຂອງລະບົບປະກັນສັງຄົມຕັ້ງແຕ່ອາດີດຈົນເຖິງປະຈຸບັນ ໂດຍໄດ້ເນັ້ນໃຫ້ພະນັກງານລັດຖະກອນເອົາໃຈໃສ່ສຶກສາຫາຂໍ້ມູນເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງເຊັ່ນ: ການແຈ້ງຂຶ້ນທະບຽນຂອງພະນັກງານລັດຖະກອນທີ່ເຂົ້າໃໝ່ ຕ້ອງໄດ້ມາປະກອບແບບຟອມຂຶ້ນທະບຽນເປັນສະມາຊິກປະກັນສັງຄົມ, ການແຈ້ງຂໍ້ມູນຄູ່ສົມລົດ ແລະ ລູກ, ຂັ້ນຕອນການນຳໃຊ້ບັດປະກັນສັງຄົມ ແລະ ຂອບເຂດການຄຸ້ມຄອງຂອງປະກັນສັງຄົມ ເຫຼົ່ານີ້ເປັນຕົ້ນ.
ວາລະຕໍ່ມາ ທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກ ປະຊາສຳພັນ, ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ກໍ່ໄດ້ຂຶ້ນນຳສະເໜີ ສິດທິຜົນປະໂຫຍທີ່ປະກັນສັງຄົມໃຫ້ການຄຸ້ມຄອງສະມາຊິກ ໂດຍເລີ່ມແຕ່:
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຕັ້ງຄຳຖາມຢ່າງກົງໄປກົງມາ ເພື່ອແລກປ່ຽນກັບທີມງານປະກັນສັງຄົມເຊັ່ນ:
ພາຍຫຼັງຈາກນັ້ນ ທາງທີມງານຫ້ອງການກອງທຶນປະກັນສັງຄົມແຫ່ງຊາດກໍ່ໄດ້ຂຶ້ນອະທິບາຍແຕ່ລະຂໍ້ຄຳຖາມຢ່າງລະອຽດໂດຍອີງໃສ່ກົດລະບຽບ ແລະ ປະສົບການໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ສ້າງຄວາມເອກະພາບຄວາມເຂົ້າໃຈຕໍ່ກັບບັນຫາຕ່າງໆທີ່ຍົກຂຶ້ນມາ.
ສຸດທ້າຍທ່ານ ປະທານກໍ່ໄດ້ກ່າວສະຫຼຸບ ໃຫ້ບັນດາຜູ້ເຂົ້າຮ່ວມນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນເທື່ອນີ້ໄປເຜີຍແຜ່ຕໍ່ກັບພະນັກງານສັງກັດກົມກອງ ຂອງຕົນເພື່ອໃຫ້ເອກະພາບກັນໃນການຈັດຕັ້ງວຽກງານປະກັນສັງຄົມ ແລະ ໄດ້ກ່າວປິດກອງປະຊຸມ.
ກອງປະຊຸມໄດ້ຖືກອັດລົງໃນຕອນບ່າຍຂອງມື້ດຽວກັນ.
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }