ໃນລະຫວ່າງວັນທີ 29 ກັນຍາ - 1 ຕຸລາ 2005 ອົງການປະກັນສັງຄົມແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຕາມຮອບວຽນຈັດກອງປະຊຸມສະມາຄົມປະກັນສັງຄົມອາຊຽນ (ອາຊາ) ຄັ້ງທີ່ 16 ຂຶ້ນຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ມີຜູ້ແທນຈາກບັນດາ 8 ປະເທດສະມາຊິກ, ບັນດາຜູ້ສັງເກດການ ແລະ ນັກບັນຍາຍຮັບເຊີນ ເຂົ້າຮ່ວມທັງໝົດ 75 ທ່ານ. ກອງປະຊຸມໄດ້ເລີ່ມຕົ້ນຂຶ້ນໃນວັນທີ 29 ກັນຍາ 2005 ໂດຍການສຳມະນາທາງວິຊາການກ່ອນກອງປະຊຸມ ອາຊາ ເປັນເວລາ 1 ວັນເຕັມ.
ຊຶ່ງບັນດາອົງການສະມາຊິກ ASSA ກໍຄືບັນດາຜູ້ເຂົ້າຮ່ວມອື່ນໆໄດ້ຮັບຟັງ ແລະ ຮຽນຮູ້ ຈາກນັກບັນຍາຍຮັບເຊີນ ຈຳນວນ 5 ທ່ານ ທີ່ໄດ້ມານຳສະເໜີສະເໜີບົດຮຽນ ແລະ ປະສົບການທີ່ສຳຄັນ ແລະ ເປັນທີ່ໜ້າສົນໃຈຂອງຕົນໃນຂົງເຂດວຽກງານປະກັນສັງຄົມ.
ÂÂ
ລຳດັບຕໍ່ມາໃນວັນທີ 30 ກັນຍາ 2005 ກອງປະຊຸມສະພາບໍລິຫານ ASSA ຈຶ່ງໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍ ຕົວແທນຈາກ 3 ສະຖາບັນ ປະກັນສັງຄົມທີ່ເປັນສະມາຊິກ ASSA ອັນໄດ້ແກ່: PT. ASKES, ຈາກອິນໂດເນເຊຍ; Social Security System, ປະເທດຟີລິບປິນ; ແລະ ອົງການປະກັນສັງຄົມຂອງ ສປປ ລາວ ໄດ້ຂຶ້ນມານຳສະເໜີ ບົດຮຽນທີ່ດີຂອງຕົນ. ຈາກນັ້ນ Ms. Orie Andari Sutadji, ປະທານ ASSA ໄດ້ກ່າວເປີດກອງປະຊຸມສະພາ ບໍລິຫານ ASSA ຢາງເປັນທາງການ ໂດຍ ກອງປະຊຸມໄດ້ສົນທະນາກັນກ່ຽວກັບບັນຫາທີ່ສຳຄັນສຳຄັນຂອງ ASSA, ເປັນຕົ້ນແມ່ນການຝຶກອົບຮົມ ແລະ ການ ທັດສະນະສຶກສາວຽກງານປະກັນສັງຄົມຂອງບັນດາສະຖາບັນ ທີ່ເປັນສະມາຊິກຂອງ ASSA ແລະ ບັນຫາອື່ນໆອີກ. ໃນດ້ານການແລກປ່ຽນວັດທະນະທຳ, ບັນດາກຳມະການສະພາບໍລິຫານ ASSA ທຸກທ່ານໄດ້ພ້ອມກັນ ໃສ່ເສື້ອໄໝລາວອັນສວຍສົດງົດງາມທີ່ ອປສ ໄດ້ກະກຽມໄວ້ໃຫ້ ເຂົ້າຮ່ວມກອງປະຊຸມ ຊຶ່ງເປັນສັນຍາລັກແຫ່ງການ ລວມພະລັງເປັນ ASSA ໜຶ່ງດຽວ. ໃນລະຫວ່າງການດຳເນີນກອງປະຊຸມນີ້ ບັນດາຜູ້ແທນກໍໄດ້ເດີນທາງໄປຢ້ຽມ ຊົມສະຖານທີ່ສຳຄັນທາງປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດຈຳນວນໜຶ່ງເຊັ່ນ: ຫໍພິພິທະພັນ ໄກສອນ ພົມວິຫານ, ສູນຫັດຖະກຳນິກອນ, ເຂື່ອນໄຟຟ້ານ້ຳງື່ມ ແລະ ອ່າງນ້ຳງື່ມ.
ເຖິງວ່າປະເທດລາວບໍ່ມີທະເລ, ແຕ່ການລ່ອງເຮືອໄປຕາມອ່າງນ້ຳງື່ມ ອັນກວ້າງໃຫຍ່ຂອງລາວ ກໍເປັນສິ່ງທີ່ເຮັດໃຫ້ບັນດາຜູ້ແທນມີຄວາມປະທັບໃຈບໍ່ໜ້ອຍ. ນອກຈາກນີ້, ເຂົາເຈົ້າກໍຍັງໄດ້ສຳຜັດກັບການສະແດງສີລະປະທີ່ເປັນເອກະລັກ ທາງດ້ານວັດທະນະທຳ ຂອງລາວ ເຮົາເຊັ່ນ: ບົດເພັງ, ບົດຟ້ອນອັນງົດງາມຕ່າງໆ ແລະ ບົດຟ້ອນດາບອັນໜ້າມະຫັດສະຈັນຂອງຊາວບ້ານປາກ ຄະຍຸງ. ຄຽງຄູ່ກັນນີ້, ໜ່ວຍງານສີລະປະ ກໍຍັງໄດ້ຮ້ອງເພງຂອງແຕ່ລະປະເທດສະມາຊິກ ASSA ເຊັ່ນກັນ. ພິເສດ ບັນດາຜູ້ແທນໄດ້ພ້ອມກັນຟ້ອນລຳວົງລາວ ຢ່າງມ່ວນຊື່ນ. ກອງປະຊຸມຄັ້ງນີ້ນອກຈາກບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງແລະແລກ ປ່ຽນຄວາມຮູ້ທາງວິຊາການແລ້ວ ຍັງໄດ້ເບີກບານມ່ວນຊື່ນໃນການແລກປ່ຽນວັດທະນະທຳນຳກັນອີກດ້ວຍ . ກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນຢູ່ທີ່ປະເທດບຣູໄນ.