![]() | ເພື່ອເຮັດໃຫ້ວຽກງານປະກັນສັງຄົມຢູ່ໃນທ່າຕັ້ງໜ້າ ແລະ ຂະຫຍາຍຕົວເປັນກ້າວໆ, ພ້ອມທັງເປັນການຕິດຕາມກວດກາບັນດາຂໍ້ຄົງຄ້າງ ແລະ ແກ້ໄຂໃຫ້ທັນກັບສະພາບການ ເພື່ອກ້າວໄປສູ່ການບັນລຸຕົວເລກຄາດໝາຍສູ້ຊົນຕາມທິດທາງແຜນການປີ 2018 ຂອງ ກປຊ, |
ຄຽງຄູ່ກັບການຄົ້ນຄ້ວາປັບປຸງບາງເນື້ອໃນຂອງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 34/ສພຊ ໃຫ້ມີຄວາມແທດເໝາະໃນແຕ່ລະໄລຍະ.
ໃນຕອນເຊົ້າຂອງວັນທີ 25 ເມສາ 2018 ທີ່ ຫ້ອງການກອງທຶນປະກັນສັງຄູົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານຄັ້ງທີ XII ຂອງຕົນຂຶ້ນ, ໂດຍການເປັນປະທານຂອງທ່ານ ປ.ອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີຮອງປະທານ, ຄະນະກຳມະການສະພາບໍລິຫານ, ຄະນະອຳນວຍການ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ຂອງ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກໍ່ ເພື່ອທົບທວນຄືນໃນການປະຕິບັດວຽກງານປະກັນສັງຄົມໃນໄລຍະທີ່ຜ່ານມາ, ພ້ອມທັງໄດ້ພິຈາລະ ນາ ແລະ ຮັບຮອງເອົາບາງຂໍ້ສະເໜີຂອງກອງທຶນ. ພາຍຫຼັງປະທານກອງປະຊຸມກ່າວເປີດພິທີ ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການ ກປຊ ໄດ້ກ່າວລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານປະຈໍາງວດ I ແລະ ຜ່ານທິດທາງແຜນການງວດ II ປີ 2018 ຂອງ ກປຊ, ຊຶ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ: ໃນງວດ I ທີ່ຜ່ານມາ ກປຊ ໄດ້ມີການຈັດຕັ້ງປະຕິບັດໂຄງການຈຸດສຸມຫຼາຍຢ່າງ ເຊັ່ນ: ໄດ້ເຊັນສັນຍາຮ່ວມມືກັບທະນາຄານພັດທະນາລາວເພື່ອນໍາໃຊ້ລະບົບການຈ່າຍເງິນສົມທົບຂອງຜູ້ປະກັນຕົນສະໝັກໃຈຜ່ານລະບົບທະນາຄານພັດທະນາລາວ ໂດຍເລີ່ມໃຫ້ບໍລິການຢູ່ນະຄອນຫຼວງວຽງຈັນກ່ອນ ຫຼັງຈາກນັ້ນຈຶ່ງຂະຫຍາຍລົງສູ່ຕ່າງແຂວງ; ໄດ້ຈັດກອງປະຊຸມຕົວແທນ 3 ຝ່າຍ ເພື່ອປຶກສາຫາລືກ່ຽວກັບການໂຄສະນາປຸກລະດົມ ຂົນຂວາຍກຸ່ມເປົ້າໝາຍໃຫ້ເຂົ້າສູ່ລະບົບປະກັນສັງຄົມ; ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງຕາໜ່າງການບໍລິການລະບົບປະກັນສັງຄົມຂັ້ນເມືອງ ປັບປຸງລະບົບປະສານງານກັບຫ້ອງການ ຮສສ ເມືອງ ແລະ ສ້າງໜ່ວຍບໍລິການກອງທຶນປະກັນສັງຄົມຂັ້ນເມືອງ 5 ແຫ່ງໃນທົ່ວປະເທດ; ໄດ້ເລີ່ມທົດລອງໂຄງການສົ່ງເສີມການໂຄສະນາຜ່ານສື່ສັງຄົມອອນໄລ (Facebook) ແລະ ລົງໂຄສະນາຜ່ານຈໍ LED; ສໍາເລັດໂຄງການສ້າງປື້ມຄູ່ມືການເຄື່ອນໄຫວດ້ານບັນຊີ, ສາລະບານບັນຊີ ແລະ ໂປຼແກຼມບັນຊີ ເພື່ອສະເໜີຕໍ່ ກະຊວງການເງິນ ຮັບຮອງ ແລະອື່ນໆ; ສຳລັບວຽກງານປິ່ນອ້ອມ ກປຊ ແມ່ນໄດ້ສືບຕໍ່ລົງປະຊາສຳພັນໃຫ້ບັນດາອົງການຈັດຕັ້ງລັດ, ຫົວໜ່ວຍວິສາຫະກິດຂອບເຂດທົ່ວປະເທດ ລວມທັງພາກສະໝັກໃຈໄດ້ທັງໝົດ 231 ຄັ້ງ ເທົ່າກັບ 113 % ຂອງແຜນການງວດ I ແລະ ໄດ້ສືບຕໍ່ປະຊາສໍາພັນທາງສື່ມວນຊົນຂະແໜງການຕ່າງໆ ຕາມເນື້ອໃນກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ແກ່ບັນດາກຸ່ມເປົ້າໝາຍໄດ້ເຂົ້າໃຈຢ່າງຖືືກຕ້ອງ ໂດຍສະເພາະແມ່ນສິດຜົນປະໂຫຍດທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກປະກັນສັງຄົມ, ຊຶ່ງໃນງວດ I ປີ 2018 ສາມາດຂຶ້ນທະບຽນໃຫ້ກັບຫົວໜ່ວຍແຮງງານວິສາຫະກິດໃໝ່ 83 ຫົວໜ່ວຍ ເທົ່າກັບ 94% ຂອງແຜນການງວດ I ແລະ ມີຜູ້ປະກັນຕົນໃນວິສາຫະກິດໃໝ່ ແລະ ເກົ່າ ທັງໝົດ 6.892 ຄົນ ເທົ່າກັບ 71%; ຂື້ນທະບຽນພະນັກງານລັດຖະກອນໃໝ່ 1.063 ຄົນ ເທົ່າກັບ 142% ແລະ ຂື້ນທະບຽນຜູ້ປະກັນຕົນສະໝັກໃຈໃໝ່ໄດ້ 763 ຄົນ ເທົ່າກັບ 102% ຂອງແຜນການງວດ I ປີ 2018; ມີຜູ້ປະກັນຕົນ ທີ່ໄດ້ຈ່າຍເງິນສົມທົບທັງໝົດ 291.432 ຄົນ; ໃນນີ້ ມີຜູ້ປະກັນຕົນພາກລັດ 182.385 ຄົນ, ພາກວິສາຫະກິດ 102.488 ຄົນ, ຜູ້ສະໝັກໃຈ 6.559 ຄົນ. ປັດຈຸບັນມີຫົວໜ່ວຍແຮງງານວິສາຫະກິດ ທີ່ເຂົ້າເປັນສະມາຊິກປະກັນສັງຄົມໄດ້ຈ່າຍເງິນສົມທົບ 1.878 ຫົວໜ່ວຍ. ສໍາລັບວຽກງານອຸດໜູນໄດ້ດໍາເນີນການພິຈາລະນາ ແລະ ຄິດໄລ່ເງິນອຸດໜູນຕ່າງໆທັງໝົດ 63.273 ກໍລະນີ ເທົ່າກັບ 94% ຂອງແຜນການງວດ, ໃນນີ້ ພາກລັດ 57.402 ກໍລະນີ ເທົ່າກັບ 96%, ພາກວິສາຫະກິດ ແລະ ສະໝັກໃຈ 5.871 ກໍລະນີ ເທົ່າກັບ 78%. ປັດຈຸບັນມີຜູ້ເກີດສິດປິ່ນປົວຕາມເງື່ອນໄຂທັງພາກລັດ ແລະ ພາກວິສາຫະກິດທັງໝົດ 677.506 ຄົນ; ໃນນີ້ພາກລັດ 452.156 ແລະ ພາກວິສາຫະກິດ ລວມທັງພາກສະໝັກໃຈ 225.350 ຄົນ. ສ່ວນວຽກງານການເງິນໃນງວດ I ປີ 2018 ສາມາດປະຕິບັດລາຍຮັບລວມທັງພາກລັດ ແລະ ພາກວິສາຫະກິດໄດ້ທັງໝົດ 370,28 ຕື້ກ່ວາກີບ ເທົ່າກັບ 95,13% ແລະ ລາຍຈ່າຍທັງໝົດ 383,65 ຕື້ກວ່າກີບ ເທົ່າກັບ 96,27% ຂອງແຜນການງວດ, ມີຍອດເຫຼືອລາຍຮັບ-ລາຍຈ່າຍລວມທັງໝົດ -13,36 ຕື້ກວ່າກີບ ໃນນີ້ພາກລັດຂາດດູນ -56,47 ຕື້ກ່ວາກີບ ແລະ ພາກວິສາຫະກິດມີຍອດເຫຼືອ 43,10 ຕື້ກ່ວາກີບ.
ພາບ-ຂ່າວ: ພະແນກປະຊາສໍາພັນ
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }