![]() | ໃນຕອນເຊົ້າຂອງວັນທີ 14/03/2018 ທີ່ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີ VIII ປະຈໍາເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ນໍາໂດຍທ່ານÂ |
ປອ. ນາງ ພອນເພັດ ບຸບຜາ ຮອງປະທານກໍາມະທິການວັດທະນາທໍາສັງຄົມ ສສຊຊຸດທີ 8, ມີທ່ານ ຮສ. ປອ. ພຸດ ສິມມາລາວົງ ສສຊ ຊຸດທີ 8 ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ບຸນທອງ ພົມມະຈັນ ຄະນະປະຈໍາພັກ ສສຊ ທັງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ 1 ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ທ່ານ ປຣະຈິດ ໄຊຍະວົງ ສສຊ ຊຸດທີ VIII ສະມາຊິກສະພາແຫ່ງຊາດນະຄອນຫຼວງວຽງຈັນຊຸດທີ 1 ຮອງປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ປະທານສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດລາວ, ທ່ານ ພັທ ບົວເງິນ ຫົງໄຂຄໍາ ສສຊ ຊຸດທີ VIII ສະມາຊິກສະພາແຫ່ງຊາດນະຄອນຫຼວງວຽງຈັນຊຸດທີ 1 ຮອງຫົວໜ້າກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໃຫ້ກຽດຕ້ອນຮັບຄະນະຜູ້ແທນນໍາໂດຍທ່ານ ປະເດີມພອນ ສົນທະນີ ຜູ້ອໍານວຍການ ຫກປຊ ພ້ອມດ້ວຍຄະນະ ມີຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການມາຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ ກໍ່ເພື່ອເປັນການເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໃໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນນະຄອນຫຼວງຊຸດທີ 1 ພ້ອມທັງເປັນການພົບປະໂອ້ລົມນໍາພະນັກງານ ຫກປຊ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສະຫວັດດີການສັງຄົມໃນໄລຍະທີ່ຜ່ານມາ. ໃນພິທີ ທ່ານປະເດີມ ພອນສົນທະນີ ຜູ້ອໍານວຍການ ຫກປຊ ໄດ້ລາຍງານສະພາບລວມກ່ຽວກັບປະຫວັດຄວາມເປັນມາຂອງ ຫກປຊ, ສິດ ແລະ ພາລະບົດບາດຫ້ອງການຂອງຕົນ ຊຶ່ງເປັນອົງການຈັດຕັ້ງຂອງລັດຖະບານ ສ້າງຂື້ນໂດຍບໍ່ຫວັງຜົນກໍາໄລເພື່ອປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ກໍ່ຄື ພະນັກງານ-ລັດຖະກອນ ຜູ້ອອກແຮງງານໃນຫົວໜ່ວຍວິສາຫະກິດ ລວມໄປເຖິງປະຊາຊົນທົ່ວໄປທີ່ເຂົ້າເປັນສະມາຊິກປະກັນສັງຄົມໃນລະບົບສະໝັກໃຈ ໃຫ້ໄດ້ຮັບການຄຸ້ມຄອງຈາກລະບົບປະກັນສັງຄົມໃນເວລາເຈັບເປັນ ອອກລູກ ຫຼື ຫຼຸລູກ ປ່ວຍການ ເສຍອົງຄະ ບໍານານ ເສຍຊີວິດ ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງານ ສໍາລັບພະນັກງານໃນຫົວໜ່ວຍວິສາຫະກິດຕ່າງໆ. ພ້ອມດຽວກັນນັ້ນທ່ານຍັງໄດ້ສະແດງໃຫ້ເຫັນເຖິງສິ່ງທີ່ທ້າທາຍຕໍ່ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຫ້ອງການກອງທຶນໃນໄລຍະທີ່ຜ່ານມາ.
ຈາກນັ້ນ ຄະນະຜູ້ແທນ ສສຊ ກໍ່ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIIIÂ ທີ່ໄດ້ຮັບຮອງຫຼາຍບັນຫາສໍາຄັນ ຄື:
1)Â Â Â Â ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ແຜນການປີ 2018.
2)Â Â Â ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ແຜນການປີ 2018.
3)Â Â Â ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽງງານທ່ອງທ່ຽວໃນຊຸມປີທີ່ຜ່ານມາ ແລະ ທິດທາງແຜນປີ 2018.
4)Â Â Â ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບຜົນກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ສົປີ 2015-2016, ບົດສະຫຼຸບການເຄືອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງເຄື່ອນໄຫວປິ 2018 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວສົກປີ 2013-2014 ແລະ ສົກປີ 2014-2015.
5)Â Â Â ຮັບຮອງບົດລາຍງານການເຄື່ອນໄຫວວຽກງານຂອງອົງການໄອຍາການສຸງສຸດ ແລະ ກະຊວງຍຸດຕິທໍາກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.
6)Â Â Â ຮັບຮອງບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງສະພາແຫ່ງຊາດຊຸດທີ VIII.
7)Â Â Â ຮັບຮອງເນື້ອໃນການຕິດຕາມກວດກາປະຈໍາປີ 2018 ຂອງສະພາແຫ່ງຊາດຊຸດທີ VIII.
8)Â Â Â ຮັບຮອງແຜນການສ້າງ ແລະ ປັບປຸງກົດໝາຍປະຈໍາປີ 2018 ຂອງສະພາແຫ່ງຊາດຊຸດທີ VIII.
ນອກນັ້ນ ສະພາປະຊາຊົນນະຄອນຫຼວງວຽງຈັນ ຍັງໄດ້ຮັບຮອງເນື້ອໃນ:
1)Â Â Â Â ຮັບຮອງແຜນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ຂອງນະຄອນຫຼວງວຽງຈັນ.
2)Â Â Â ຮັບຮອງແຜນຈັດຕັ້ງປະຕິບັດງົບປະມານປະຈໍາປີ 2018 ຂອງນະຄອນຫຼວງວຽງຈັນ.
3)Â Â Â ຮັບຮອງແຜນຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ປະຈໍາປີ 2017 ແລະ ແຜນປີ 2018 ຂອງນະຄອນຫຼວງວຽງຈັນ.
4)Â Â Â ຮັບຮອງບົດລາຍງານກ່ຽວກັບແຜນວຽກງານຈຸດສົມປີທ່ອງທ່ຽວລາວ ປີ 2018 ຂອງນະຄອນຫຼວງວຽງຈັນ.
5)Â Â Â ຮັບຮອງການແຕ່ງຕັ້ງບຸກຄະລາກອນໃນກົຈັກການຈັດຕັ້ງຂອງອົງການປົກຄອງ ນະຄອນຫຼວງວຽງຈັນ.
6)Â Â Â ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະທິດທາງແຜນການປີ 2018 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ.
7)Â Â Â ຮັບຮອງບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງສະພາປະຊາຊົນ ຂອງນະຄອນຫຼວງວຽງຈັນ.
ສໍາລັບການພົບປະໃນຄັ້ງນີ້ ໄດ້ມີການສົນທະນາລົງເລິກຫຼາຍບັນຫາທີ່ເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງ ຫກປຊ ໂດຍສະເພາະແມ່ນການໃຫ້ຄວາມຮ່ວມມືໃນການລົງເຜີຍແຜ່ກົດໝາຍປະກັນສັງຄົມ ກໍ່ຄືບັນດາສິດຜົນປະໂຫຍດທີ່ຈະໄດ້ຮັບ ລວມໄປເຖິງບັນດາລະບຽບການຕ່າງໆ ທີ່ຕິດພັນກັບສະມາຊິກປະກັນສັງຄົມຢູ່ບັນດາອົງການຈັດຕັ້ງຂອງລັດ ແລະ ຫົວໜ່ວຍວິສາຫະກິດໃນຂອບເຂດທົ່ວປະເທດ. ຊຶ່ງພາຍຫຼັງການລາຍງານ ກໍ່ໄດ້ເຮັດໃຫ້ຄະນະຜູ້ແທນ ສສຊ ຮັບຮຸ້ບັນຫາ ແລະ ຕີລາຄາສູງຕໍ່ກັບວຽກງານດັ່ງກ່າວ.
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }