ໂດຍອີງຕາມທິດຊີ້ນໍາຂອງຂັ້ນເທິງໃນການຈັດກອງປະຊຸມສໍາມະນາ ເພື່ອຊອກຫາສາເຫດ ແລະ ວິທີການແກ້ໄຂບັນຫາກ່ຽວກັບວຽກງານປະກັນສຸຂະພາບ ໂດຍແນ່ໃສ່ຫາງສຽງ ແລະ ຄໍາຮ້ອງຮຽນຂອງສັງຄົມ ເພື່ອປະກອບເປັນຂໍ້ມຸນໃນການສະເໜີຕໍ່ກອງປະຊຸມສໍາມະນາໃນລະດັບຮອງນາຍົກລັດຖະມົນຕີ ທີ່ຈະໃຫ້ທິດຊີ້ນໍາຕໍ່ກັບວຽກງານດັ່ງກ່າວ. ໃນວັນທີ 20 ກັນຍາ 2023 ທີ່ ອປຊ, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບ ຫ້ອງການປະກັນສຸຂະພາບແຫ່ງຊາດ (ຫກປຊ) ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບຂື້ນ, ໃຫ້ກຽດເປັນປະທານໂດຍທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວໜ້າກົມຈັດຕັ້ງ-ພະນັກງານ ສະພາແຫ່ງຊາດ, ຫົວໜ້າກົມຄຸ້ມຄອງລັດຖະກອນ ແລະ ກົມຈັດຕັ້ງ ກະຊວງພາຍໃນ, ຫົວໜ້າກົມປິ່ນປົວ, ກົມອາຫານ ແລະ ຢາ, ກົມການເງິນ ກະຊວງສາທາລະນະສຸກ, ຫົວໜ້າກົມປະກັນສັງຄົມ ກະຊວງປ້ອງກັນຊາດ (ປກຊ), ກະຊວງປ້ອງກັນຄວາມສະຫງົບ (ປກສ), ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ, ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຮອງຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ, ຜຸ້ອໍານວຍການໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ, ໂຮງໝໍ 103, ໂຮງໝໍມິດຕະພາບ ແລະ ໂຮງໝໍເດັກ, ຄະນະພະແນກ, ພະນັກງານ ອປຊ ທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 25 ທ່ານ.
 
ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ພ້ອມທັງສະເໜີຫົວຂໍ້ເພື່ອປຶກສາຫາລືໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເຊິ່ງທ່ານໄດ້ສະແດງໃຫ້ເຫັນຄວາມເປັນມາຂອງວຽກງານປະກັນສັງຄົມ, ການຄຸ້ມຄອງກອງທຶນ ແລະ ສະພາບການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ. ເພື່ອເປັນການຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະກັນສຸຂະພາບ ພາຍຫຼັງທີ່ມີການມອບໂອນວຽກງານດັ່ງກ່າວ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຈັດຕັ້ງປະຕິບັດ ນັບແຕ່ເດືອນ ກໍລະກົດ (7) ປີ 2019 ເປັນຕົ້ນມາ, ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ: ຜ່ານການສັງລວມຄໍາຮ້ອງຮຽນຂອງຜູ້ປະກັນຕົນທົ່ວປະເທດກ່ຽວກັບວຽກງານປະກັນສຸຂະພາບຜ່ານເບີສາຍດ່ວນ 24 ຊົ່ວໂມງ, ສາຍດ່ວນ 1508 ໃນໂມງລັດຖະການ, ເຟສບຸກປະກັນສັງຄົມແຫ່ງຊາດ ແລະ ການລົງປະຊາສໍາພັນ ໃນປີ 2020 ມີຄໍາຮ້ອງຮຽນຈໍານວນ 1.800 ກວ່າຄັ້ງ, ໃນປີ 2021 ມີ 2.200 ກວ່າຄັ້ງ, ປີ 2022 ມີ 3.000 ກວ່າຄັ້ງ ແລະ ສະເພາະ 8 ເດືອນ (ມັງກອນ-ສິງຫາ) ຂອງປີ 2023 ມີຄໍາຮ້ອງຮຽນເຖິງ 8.000 ກວ່າຄັ້ງ ເຫັນວ່າເພີ່ມຂື້ນເກືອບ 3 ເທົ່າ ເມື່ອທຽບຕົວເລກໃນປີ 2022, ເຊິ່ງຄໍາຮ້ອງຮຽນສ່ວນຫຼາຍແມ່ນຕິດພັນກັບ 6 ບັນຫາ ເຊັ່ນ: 1) ບັນຫາທີ່ຕິດພັນກັບຫ້ອງການປະກັນສຸຂະພາບແຫ່ງຊາດ, 2) ການໃຊ້ບັັດປະກັນສັງຄົມຢູ່ໂຮງໝໍ ແລ້ວໄດ້ຈ່າຍເງິນເອງ, 3) ບໍ່ພໍໃຈໃນການບົ່ງມະຕິ ຫຼື ການກວດ ຫຼື ການວາງຢາຂອງແພດ, 4) ການໃຫ້ບໍລິການຮັບຕ້ອນຢູ່ໂຮງໝໍ, 5) ຄວາມຜິດພາດ ຫຼື ບໍ່ເຂົ້າໃຈ ຂອງຜູ້ປະກັນຕົນເອງ ແລະ 6) ບັນຫາທີ່ຕິດພັນກັບບໍລິສັດ.
 
ຈາກນັ້ນ, ຕາງໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ໂດຍແມ່ນທ່ານ ດຣ ພູວັງ ສຸ້ຍຍະວົງ ຮອງຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປະກັນສຸຂະພາບຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ພ້ອມທັງສະເໜີໃຫ້ປະກັນສັງຄົມພິຈາລະນາການມອບເງິນຮ່ວງປະກັນສຸຂະພາບໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ຈາກ 1,25% ຂື້ນເປັນ 1,9%-2% ຕໍ່ຄົນຕໍ່ເດືອນ ໂດຍອີງໃສ່ການຄໍານວນຂອງຜູ້ຊ່ຽວຊານ ແລະ ອັດຕາເງິນເຟີ້ໃນປັດຈຸບັນ, ສະເໜີໃຫ້ມີການພັດທະນາ ເຊື່ອມຂໍ້ມູນ ແລະ ເຊື່ອມສານວຽກງານທີ່ຈໍາເປັນລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນສຸຂະພາບ ແຫ່ງຊາດ ໃຫ້ເປັນລະບົບຍິ່ງຂື້ນ. ກອງປະຊຸມ, ໄດ້ຮັບຟັງການແລກປ່ຽນຄໍາຄິດເຫັນຂອງຜຸ້ຕາງໜ້າຈາກບັນດາໂຮງໝໍຂັ້ນສູນກາງ ດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ເພື່ອເຮັດໃຫ້ວຽກງານປະກັນສຸຂະພາບໄດ້ຮັບການປັບປຸງ ໃຫ້ດີຂື້ນ ເຊັ່ນ: ສະເໜີໃຫ້ມີການເພີ່ມອັດຕາເງິນມອບເໝົາໃຫ້ກັບໂຮງໝໍໂດຍອີງໃສ່ສະພາບເສດຖະກິດໃນປັດຈຸບັນ, ສະເໜີໃຫ້ຫ້ອງການປະກັນສຸຂະພາບມອບໂອນເງິນໃຫ້ບັນດາໂຮງໝໍຄູ່ສັນຍາໃຫ້ທ່ວງທັນເວລາກັບສະພາບການ, ຫຼຸດຜ່ອນການກວດບໍ່ສົມເຫດສົມຜົນ ທີ່ຕິດພັນກັບງົບປະມານຂອງກອງທຶນ, ສະເໜີໃຫ້ມອບງົບປະມານຮ່ວງປິ່ນປົວສຸຂະພາບຄືນໃຫ້ອົງການປະກັນສັງຄົມແຫ່ງຊາດເປັນຜູ້ຄຸ້ມຄອງ, ບັນຫາການກໍລະນີຜ່າຕັດທີ່ຜູ້ປະກັນຕົນ ຕ້ອງໄດ້ຈ່າຍເງິນເພີ່ມໃຫ້ໂຮງໝໍ (ໂຮງໝໍມະໂຫສົດ), ສະເໜີເກັບກໍາຕົວເລກ ແລະ ຂໍ້ມຸນລະອຽດຕໍ່ກັບຄໍາຮ້ອງຮຽນຂອງຜູ້ປະກັນຕົນ ເພື່ອຫາທາງອອກຮ່ວມກັນໃນໂອກາດຈັດກອງປະຊຸມແຕ່ລະຄັ້ງ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ມີການທົບທວນການສຶກສາຕົ້ນທຶນຄ່າໃຊ້ຈ່າຍຄືນໃໝ່ຢູ່ແຕ່ລະໂຮງໝໍ ເນື່ອງຈາດສະພາບເສດຖະກິດມີການປ່ຽນແປງ, ສະເໜີການປິ່ນປົວແບບມີສ່ວນຮ່ວມ ຫຼື ຜູ້ປະກັນຕົນຈ່າຍຮ່ວມ ໃນບາງປະເພດການປິ່ນປົວ, ເປີດຝຶກອົບຮົມ ສ້າງຄວາມເຂົ້າໃຈວຽກງານປະກັນສັງຄົມໃຫ້ພະນັກງານໂຮງໝໍ ແລະ ສັງຄົມໃຫ້ຫຼາຍຂື້ນ, ບັນຫາການຈັດຊື້ ແລະ ເຮັດສັນຍາກັບຜູ້ສະໜອງຢາ ບໍ່ທ່ວງທັນກັບສະພາບເສດຖະກິດທີ່ມີການປ່ຽນໂດຍສະເພາະອັດຕາເງິນເຟີ້ ເປັນຕົ້ນ.
 
ໃນໂອກາດດັ່ງກ່າວ, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ເປົ້າໝາຍຂອງການສ້າງກອງທຶນປະກັນສັງຄົມ ກໍ່ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂັ້ນພື້ນຖານຂອງສະມາຊິກປະກັນສັງຄົມ ໂດຍໃຫ້ຜູ້ທີິ່ຈ່າຍເງິນສົມທົບມີໂອກາດໄດ້ປະກອບສ່ວນ ກໍ່ຄື ການສົມທົບເງິນ ເພື່ອດູແລເບິ່ງແຍງຕົນເອງທັງໄລຍະສັ້ນ ແລະ ໄລຍະຍາວ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ແນະນໍາໃຫ້ທັງສອງພາກສ່ວນ ກໍ່ຄື ອປຊ ແລະ ຫກປຊ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນຫາເລັ່ງດ່ວນຂອງຕົນ ແລະ ບັນຫາທີ່ຕ້ອງຫາທາງອອກຮ່ວມກັນ ໃນໂອກາດກອງປະຊຸມສໍາມະນາຄັ້ງຕໍ່ໄປ ທັງນີ້ກໍ່ເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງດັ່ງກ່າວລາຍງານຕໍ່ລັດຖະບານ ເພື່ອຂໍທິດຊີ້ນໍາຈາກຂັ້ນເທິງໃນການຈັດຕັ້ງປະຕິບັດທີ່ເປັນເອກະພາບໃນການປັບປຸງບັນດານິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງ.

 

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)