ກອງປະຊຸມສໍາມະນາກ່ຽວກັບການຈັດຕັງປະຕິບັດວຽກງານປະກັນສັງຄົມ ໃຫ້ບັນດາຫົວໜ້າຫ້ອງການປະກັນສັງຄົມແຂວງ ແລະ ນະຄອນຫຼວງ ໄດ້ຈັດຂື້ນໃນລະຫວ່າງວັນທີ 11-15 ກັນຍາ 2023 ທີ່ ສໍານັກງານອົງການປະກັນສັງຄົມແຫ່ງຊາດ ຂັ້ນສູນກາງ, ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີບັນດາຫົວໜ້າພະແນກ, ຫົວໜ້າຫ້ອງການປະກັນສັງຄົມແຂວງ ຈາກ 17 ແຂວງ ແລະ ນະຄອນຫຼວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ອປຊ ເຂົ້າຮ່ວມທັງໝົດ 94 ທ່ານ.
 
ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ປະທານກອງປະຊຸມ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມທົ່ວປະເທດຜ່ານມາ ໃນໄລຍະ 8 ເດືອນເຕັມໃນປີ 2023 ເຫັນໄດ້ວ່າ ສາມາດຍາດໄດ້ມີຜົນສໍາເລັດຫຼາຍຢ່າງ ສະແດງອອກຈາກຕົວເລກຄາດໝາຍສູ້ຊົນ ແລະ ບັນດາວຽກງານ ທີ່ໄດ້ເຫັນດີເປັນເອກະພາບໃນກອງປະຊຸມປະຈໍາປີ 2022. ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ບັນຫາສະພາບເສດຖະກິດ ກໍ່ຄື ບັນຫາອັດຕາເງິນເຟີ ກໍ່ໄດ້ສົ່ງຜົນກະທົບຕໍ່ກັບການດໍາລົງຊີວິດ ແລະ ການປະຕິບັດວຽກງານຂອງພະນັກງານພວກເຮົາ ເຊັ່ນດຽວກັນ, ແຕ່ພະນັກງານທຸກຄົນ ກໍ່ໄດ້ອົດທົນ ແລະ ສູ້ຊົນເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນເອງຢ່າງມີຜົນສໍາເລັດ. ເຖິງຢ່າງໃດຕາມ ຄຽງຄູ່ດ້ານດີ ກໍ່ປາສະຈາກບໍ່ໄດ້ຕໍ່ກັບວຽກງານທີ່ເປັນຂໍ້ຄົງຂ້າງ, ສະນັ້ນ ໃນໄລຍະ 05 ວັນ ຂອງການຈັດສໍາມະນາ ແລະ ຝຶກອົບຮົມຄັ້ງນີ້ ຍັງຈະໄດ້ມີການປະເມີນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ຍັງບໍ່ໄດ້ຮັບຜົນສໍາເລັດ ພ້ອມທັງຊອກຫາວິທີທາງການແກ້ໄຂຢ່າງລວມສູນເປັນເອກະພາບ. ພ້ອມດຽວກັນນັ້ນ ກອງປະຊຸມ ຍັງຈະໄດ້ສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ກັບບັນດາໜ້າວຽກໃໝ່ ຄື ການນມອບໝາຍຄວາມຮັບຜິດຊອບໃຫ້ສູນປະກັນສັງຄົມຂັ້ນເມືອງ ແລະ ຂອດການປະສານງານສໍາລັບເມືອງທີ່ຍັງບໍ່ໄດ້ຮັບການສ້າງຕັ້ງສູນປະກັນສັງຄົມ ໂດຍແມ່ນທາງຫ້ອງການ ຮສສ ເມືອງ ຈະຊ່ວຍເປັນຂອດປະສານງານສໍາລັບວຽກງານຕ່າງໆເພີ່ມຕື່ມ. ກອງປະຊຸມຈະໄດ້ຮັບຟັງການລາຍງານ ແລະ ການປະເມີນວຽກງານໃຫ້ບໍລິການເຄື່ອນທີ່ ເຊິ່ງໄດ້ສໍາເລັດໃນການທົດລອງຢູ່ຂັ້ນສູນກາງ ພ້ອມທັງກະກຽມການລົງໃຫ້ບໍລິການເຄື່ອນທີ່ສໍາລັບຊາວສວນຊາ-ກາເຟ ຢູ່ 3 ເມືອງເປົ້າໝາຍໃນ 3 ແຂວງ ຄື: ເມືອງເລົ່າງາມ ແຂວງສາລະວັນ, ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເມືອງທ່າແຕງ ແຂວງເຊກອງ; ການພັດທະນາໂປຼແກຼມການຄຸ້ມຄອງພະນັກງານ; ໂຄງການພັດທະນາລະບົບບໍລິຫານຫ້ອງການທັນສະໄໝ (e-office) ແລະ ມື້ສຸດທ້າຍ ຈະໄດ້ມີການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ ກ່ຽວກັບບັນດາຂໍ້ກໍານົດໃນກົດໝາຍດັ່ງກ່າວ ທີ່ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ຮັບການປັບປຸງ ເພື່ອໃຫ້ສອດຄອງກັບຕົວຈິງ ບົນຫຼັກການ ກອງທຶນທີ່ມີຄວາມຍືນຍົງ ໂປ່ງໃສ ແລະ ສາມາດກວດສອບໄດ້.
 
ໃນໂອກາດດັ່ງກ່າວ, ທ່ານປະທານ ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ພະນັກງານທຸກຄົນ ໂດຍສະເພາະແມ່ນຫົວໜ້າຫ້ອງປະກັນສັງຄົມແຂວງທົ່ວປະເທດ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໃຫ້ອ້າຍເອື້ອຍນ້ອງຖັນແຖວພະນັກງານ ເປັນເຈົ້າການເຊື່ອມຊຶມ ກໍາແໜ້ນ ແລະ ເຮັດສອງໜ້າທີ່ທັງວຽກງານພັກ-ລັດ, ເປັນແບບຢ່າງ ແລະ ກັນສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ການບັນຈຸຊັບຊ້ອນພະນັກງານໃຫ້ມີການປຶກສາຫາລືກັບຂັ້ນສູນກາງ ໂດຍສະເພາະແມ່ນວຽກງານໂຄສະນາປະຊາສໍາພັນ, ບັນຊີ ແລະ ອຸດໜູນ, ການສະເໜີແຕ່ງຕັ້ງພະນັກງານຕ້ອງໄດ້ຮັບການເຫັນດີຈາກຂັ້ນສູນກາງ, ການກໍານົດຕໍາແໜ່ງງານຕ້ອງອີງຕາມພາລະບົດບາດໃໝ່, ການປະຕິບັດລະບຽບພາຍໃນ ແລະ ລົງວິໄນຕໍ່ຜູ້ລະເມີດ ແລະ ເຮັດໃຫ້ວຽກງານມີຄວາມຜິດພາດຕໍ່ເນື່ອງ ທີ່ມີຜົນກະທົບເປັນວົງກ້ວາງ, ເພີ່ມທະວີຄວາມເອົາໃຈໃສ່ຕໍ່ກັບວຽກງານການຄິດໄລ່ເງິນອຸດໜູນໃຫ້ວ່ອງໄວ ແລະ ຖືກຕ້ອງຕາມລະບຽບການ, ການປະຕິດບັດວຽກງານກວດສອບ, ການຄັດເລືອກຜູ້ໃຫ້ບໍລິການວຽກງານສາຍດ່ວນ ຕ້ອງກໍາແໜ້ນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຄວາມທ້າທາຍຕໍ່ກັບວຽກງານໂຄສະນາປະຊາສໍາພັນ ເປັນຕົ້ນ ຂອດການປະສານງານກັບພາກສ່ວນກ່ຽວຂ້ອງ ຄຽງຄູ່ກັບການຍົກລະດັບຄວາມຮູ້ຄວາມສາມາດໃນການເປັນນັກບັນຍາຍທີ່ດີ, ການຮັບເອົາຫາງສຽງຂອງສັງຄົມມາພັດທະນາປັບປຸງວຽກງານຂອງຕົນ ແລະ ອັບເດດຕົວເລກສະຖິຕິຂອງບັນດາຫົວໜ່ວຍວິສາຫະກິດເປົ້າໝາຍ ເພື່ອກໍານົດຄາດໝາຍສູ້ຊົນໃຫ້ສອດຄ່ອງກັບສະພາບການຕົວຈິງ. ຈາກນັ້ນ ກອງປະຊຸມໄດ້ຮັບຟັງການຊີ້ແຈງລາຍງານຂອງບັນດາຫົວໜ້າຫ້ອງການປະກັນສັງຄົມແຂວງ ຕໍ່ກັບ 10 ຄໍາຖາມເຈາະຈີ້ມທີ່ທາງສູນກາງໄດ້ກໍານົດໃຫ້ ທັງນີ້ກໍ່ເພື່ອສ້າງຄວາມເຂົ້າໃຈຕໍ່ກັບບັນຫາຕ່າງໆ ທີ່ເປັນອຸປະສັກໃນການຈັດຕັ້ງປະຕິບັດວຽກງານ ແລະ ສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ ພ້ອມທັງຊອກຫາວິທີທາງການແກ້ໄຂເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດເປັນເອກະພາບກັນ.
 
ກອງປະຊຸມສໍາມະນາໃນຄັ້ງນີ້ ນອກຈາກການຮັບຟັງສິ່ງທ້າທາຍໃນການປະຕິບັດວຽກງານປະກັນສັງຄົມແຕ່ລະທ້ອງຖິ່ນແລ້ວ, ຍັງຈະໄດ້ມີການຈັດແບ່ງຜູ້ເຂົ້າຮ່ວມອອກເປັນກຸ່ມ ເພື່ອເປັນການລະດົມສະໝອງໃນແຕ່ລະບັນຫາທີ່ຖືກຍົກຂື້ນມາສົນທະນາ ທັງນີ້ກໍ່ເພື່ອເປັນການຖອດຖອນບົດຮຽນ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ເຂົ້າຮ່ວມສໍາມະນາ ໃຫ້ສາມາດເຂົ້າໃຈບັນຫາໄດ້ຢ່າງເລິກເຊິ່ງຂື້ນຕື່ມ, ຄຽງຄູ່ກັບການໃກ້ຊິດຕິດແທດ ແລະ ຊີິ້ນໍາ-ນໍາພາ ຂອງຄະນະອົງການປະກັນສັງຄົມແຫ່ງຊາດ.

 

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)