ໃນລະຫວ່າງວັນທີ 17-19/07/2023 ອົງການປະກັນສັງຄົມແຫ່ງຊາດ ຂັ້ນສູນກາງ ນຳພາໂດຍ ທ່ານ ນາງ ວັນໄຊ ສຸວັນນະເມທີ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານປະກັນສັງຄົມ ຢູ່ແຂວງຊຽງຂວາງ ດັ່ງນີ້:
 
- ໃນວັນທີ 17/07/2023 ອປຊ ສົມທົບກັບ ຫ້ອງການປະກັນສັງຄົມແຂວງຊຽງຂວາງ ໄດ້ເຂົ້າພົບ ທ່ານ ບຸນເຮືອງ ສຸລິໄຊ ຫົວໜ້າ ພະແນກ ຮສສ ແຂວງຊຽງຂວາງ ເພື່ອລາຍງານຈຸດປະສົງ ແລະ ຂໍຄວາມຊ່ວຍເຫຼືອໃນການປະສານງານ ແລະ ການຮ່ວມມືຂອງພາກສ່ວນກ່ຽວຂ້ອງ ເພື່ອຊ່ວຍໃນການກະຕຸ້ນ ແລະ ສະໜອງຂໍ້ມູນປະກັນສັງຄົມເຂົ້າເຖິງກຸ່ມເປົ້າໝາຍ ເວົ້າສະເພາະກໍ່ຄື ຮັບປະກັນການຂະຫຍາຍອັດຕາການປົກຄຸມວຽກງານປະກັນສັງຄົມ ເຮັດໃຫ້ທຸກຄົນໄດ້ເຂົ້າເຖິງການຄຸຸ້ມຄອງທາງດ້ານສະຫວັດດີການສັງຄົມ.
 
- ໃນຕອນບ່າຍຂອງມື້ດຽວກັນ, ອປຊ ຮ່ວມກັບ ຫປສ ແຂວງ ໄດ້ສົມທົບກັບອຳນາດການປົກຄອງບ້ານນ້ຳຫງໍາ ລົງເຜີຍແຜ່ວຽກງານປະກັນສັງຄົມໃຫ້ປະຊາຊົນ ແລະ ຊາວຄ້າຂາຍ ບ້ານນ້ຳຫງໍາ ແລະ ເຂດບ້ານໃກ້ຄຽງ ເມືອງແປກ ມີຄະນະບ້ານ ແລະ ຕາງໜ້າລູກບ້ານ ເຂົ້າຮ່ວມເກືອບ 30 ທ່ານ.
 
- ໃນວັນທີ 18/07/2023 ອປຊ ຮ່ວມ ຫປສ ແຂວງຊຽງຂວາງ ສົມທົບກັບ ພະແນກ ຮສສ ແຂວງ ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ, ໃຫ້ກຽດເປັນປະທານໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ມີບັນດາຜູ້ຕາງຈາກພະແນກການ ຮສສ ແຂວງ, ກອງບັນຊາການທະຫານແຂວງ, ອົງການໄອຍະການແຂວງ, ອົງການກາແດງ, ສູນສະຖິຕິເມືອງແປກ, ຫ້ອງການຖະແຫຼງຂ່າວ-ວັດທະນາທຳເມືອງແປກ, ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກແຂວງ, ຫ້ອງການພາຍໃນເມືອງ, ສະພາປະຊາຊົນແຂວງ, ອົງການແນວລາວສ້າງຊາດ, ຫ້ອງການກະສິກຳເມືອງ, ຫ້ອງການແຮງງານແລະສະຫວັດດີການສັງຄົມເມືອງ, ພະແນກແຜນການແຂວງ, ກຳມະບານແຂວງ, ຫ້ອງການການເງິນເມືອງ, ຫ້ອງການໂຍທາທິການເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 113 ທ່ານ, ຍິງ 62 ທ່ານ.
 
ກອງປະຊຸມໄດ້ຮັບຟັງການບັນຍາຍກົດໝາຍວ່າດ້ວຍການປະກັນສັງຄົມ ໂດຍທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສຳພັນ ຂອງ ອົງການປະກັນສັງຄົມແຫ່ງຊາດ ເຊິ່ງທ່ານໄດ້ສະແດງໃຫ້ເຫັນຄວາມ ເປັນມາຂອງວຽກງານປະກັນສັງຄົມ ພ້ອມທັງລົງເລິກແຕ່ລະປະເພດການອຸດໜູນທີ່ຈະໄດ້ຮັບພາຍຫຼັງເຂົ້າເປັນສະມາຊິກປະກັນສັງຄົມ. ກອງປະຊຸມຍັງໄດ້ມີການແລກປ່ຽນສົນທະນາຖາມຕອບ ເຊິ່ງບັນຫາທີ່ໃຫ້ຄວາມສົນໃຈກໍ່ຄື ການໃຫ້ບໍລິການທາງການແພດ, ກໍລະນີເຈັບສຸກເສີນໄປໂຮງໝໍບໍ່ໄດ້ເລືອກ, ກໍລະນີຖອນເງິນຄ່າປິ່ນປົວຖອນເງິນຄືນຢູ່ໂຮງໝໍເຫັນວ່າຍັງຊັກຊ້າ ແລະ ອື່ນໆ ເພື່ອນໍາສະເໜີໃຫ້ພາກສ່ວນກ່ຽວຂ້ອງປັບປຸງ ເຮັດໃຫ້ເປັນທີ່ເພິ່ງພໍໃຈແກ່ສັງຄົມນັບມື້ນັບດີຂື້ນ.
 
- ແລະໃນວັນທີ 19/07/2023 ຈະໄດ້ສືບຕໍ່ລົງສ້າງຄວາມເຂົ້າໃຈກ່ຽວກັບການເຂົ້າປະກັນສັງຄົມແບບສະໝັກໃຈ ໃຫ້ອຳນາດການປົກຄອງບ້ານ, ຜູ້ປະກອບອາຊີບອິດສະລະ ແລະ ປະຊາຊົນທົ່ວໄປ ພາຍໃນເທດສະບານແຂວງ ໃນການລົງຊຸກຍູ້ຄັ້ງດັ່ງກ່າວ.

 

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)