
| ຄຽງຄູ່ກັບການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ, ວຽກງານປະກັນສັງ ຄົມ ແມ່ນໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ດີຂື້ນເທື່ອລະກ້າວ ເວົ້າລວມ ເວົ້າສະ ເພາະ ກໍ່ຄື ສິດ ແລະ ຜົນປະໂຫຍດຂອງຜູ້ປະກັນຕົນ ຊຶ່ງໜຶ່ງໃນນັ້ນກໍ່ຄື ການອຸດໜູນ ອອກລູກ ຫຼື ຫຼຸລູກ ສຳລັບຜູ້ປະກັນຕົນເພດຍິງ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 01 ຕຸລາ 2014 ເປັນຕົ້ນມາ ພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 34/ສພຊ. |
I. ເງື່ອນໄຂການອຸດໜູນອອກລູກ ຫຼື ຫຼຸລູກ:
- ຖອກເງິນສົມທົບ 1 ເດືອນຂື້ນໄປ ສາມາດຝາກທ້ອງ ຫຼື ອອກລູກ ໂດຍບໍ່ເສຍຄ່າ.
- ຖອກເງິນສົມທົບແຕ່ 6 ເດືອນຂື້ນໄປ;
- ອອກລູກ ຫຼື ຫຼຸລູກ ຫຼັງຈາກຖືພາ 3 ເດືອນຂື້ນໄປ ຫຼື ລູກຕາຍໃນທ້ອງ ໂດຍມີການຢັ້ງຢືນດ້ານການແພດຢ່າງຖືກຕ້ອງ.
II. ອຸດໜູນອອກລູກ ຫຼື ຫຼຸລູກ (ກໍລະນີ ອອກລູກ):
- ເງິນບຳເນັດອອກລູກ ຫຼື ຫຼຸລູກ 60% ຂອງເງິນເດືອນປະກັນຕົນສະເລ່ຍ 6 ເດືອນສຸດທ້າຍ ຕໍ່ລູກ 1 ຄົນ (ກໍລະນີລູກແຝດ ຄູນຕາມ ຈຳນວນລູກຕົວຈິງ) ຈ່າຍໃຫ້ຜູ້ປະກັນຕົນເພດຍິງ ຫຼື ເມຍຂອງຜູ້ປະກັນຕົນ ທີ່ບໍ່ໄດ້ປະກອບອາຊີບໃດໜຶ່ງ.
- ເງິນອຸດໜູນອອກລູກ 80% ຂອງເງິນເດືອນປະກັນຕົນສະເລ່ຍ 6 ເດືອນສຸດທ້າຍ ໃນໄລຍະບໍ່ເກີນ 105ວັນ ຫຼື 3,5 ເດືອນ, ກໍລະນີເກີດລູກແຟດ ໄລຍະບໍ່ເກີນ 120ວັນ ຫຼື 4ເດືອນ.
III. ອຸດໜູນອອກລູກ ຫຼື ຫຼຸລູກ (ກໍລະນີ ຫຼຸລູກ):
- ອາຍຸການຖືພາ 3 ເດືອນຂື້ນໄປ ຖ້າມີການຫຼຸລູກ (ລູກຕາຍໃນທ້ອງ) ຈະໄດ້ຮັບເງິນອຸດໜູນອອກລູກ ຫຼື ຫຼຸລູກ 80% ຂອງເງິນເດືອນ ປະກັນຕົນສະເລ່ຍ 6 ເດືອນສຸດທ້າຍ ຕາມຈຳນວນມື້ສັ່ງພັກຕົວຈິງຂອງແພດ ໃນໄລຍະສູງສຸດບໍ່ເກີນ 3,5ເດືອນ.
ໝາຍເຫດ: ຜູ້ປະກັນຕົນເພດຍິງ ທີ່ໄດ້ຮັບເງິນອຸດໜູນອອກລູກ ຫຼື ຫຼຸລູກ ຄົບກຳນົດແລ້ວ ຫາກສຸຂະພາບຍັງອ່ອນເພຍຢູ່ ສາມາດເຂົ້າຮັບ ການປິ່ນປົວ ແລະ ປະເມີນສຸຂະພາບຄືນ ໂດຍມີການຢັ້ງຢືນທາງການແພດ ເພື່ອຮັບອຸດໜູນປ່ວຍການ ຫຼື ເສຍອົງຄະ.
ເອກະສານປະກອບ.
- ສຳລັບພະນັກງານວິສາຫະກິດ ຫຼື ບໍລິສັດ:
- ໃບຢັ້ງຢືນການອອກລູກ ຫຼື ຫຼຸລູກ ຈາກໂຮງໝໍ ຫຼື ຈາກອຳນາດການປົກຄອງບ້ານ ບ່ອນທີ່ເດັກເກີດ;
- ສຳເນົາບັດປະກັນສັງຄົມ;
- ຖ້າແມ່ນເມຍຂອງຜູ້ປະກັນຕົນໃຫ້ສຳເນົາເອກະສານໃດໜຶ່ງຄັດຕິດເປັນຕົ້ນ: ສຳມະໂນຄົວ, ທະບຽນສົມລົດ, ບົດບັນທຶກການສູ່ຂໍ ຫຼື ໜັງສືທາງການອື່ນໆ;
- ຖ້າໃຫ້ຜູ້ຕາງໜ້າ ຍື່ນແບບຂໍຮັບເງິນອຸດໜູນແທນນັ້ນຕ້ອງອັດສຳເນົາບັດປະຈຳຕົວ ຫຼື ເອກະສານ ທາງການໃດໜຶ່ງ.
- ສຳລັບພະນັກງານລັດຖະກອນ (ຮ້ອງຂໍເງິນບຳເນັດອອກລູກ):
- ໃບຢັ້ງຢືນການເກີດ;
- ໃບອອກໂຮງໝໍ;
- ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ;
- ສຳເນົາເອຕ້າເງິນເດືອນ ຫຼື ຕາຕະລາງຄິດໄລ່ເງິນເດືອນລັດຖະກອນ.