ຊຸດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງວຽກງານປະກັນສັງຄົມ ໃຫ້ບັນດາຮອງຫົວໜ້າຫ້ອງການປະກັນສັງຄົມແຂວງໃນຂອບເຂດທົ່ວປະເທດ ຈະໄດ້ຈັດຂື້ນເປັນໃນໄລຍະເວລາ 04 ວັນ ນັບແຕ່ວັນທີ 13-16 ມິຖຸນາ 2023 ທີ່ ສໍານັກງານອົງການປະກັນສັງຄົມແຫ່ງຊາດ ຂັ້ນສູນກາງ, ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີບັນດາຮອງຫົວໜ້າຫ້ອງການປະກັນສັງຄົມແຂວງ ທັງໝົດ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ.
 
ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກ່າວວ່າ: ໄລຍະທີ່ຜ່ານມາ ວຽກງານປະກັນສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງບັນດາທ່ານ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ເຊິ່ງໄດ້ຍາດຜົນສໍາເລັດໃນຫຼາຍດ້ານ. ຄຽງຄູ່ກັນນັ້ນ ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍ່ຍັງເຫັນວ່າ ບາງວຽກງານຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ສະແດງອອກຈາກການຮ້ອງຮຽນ ແລະ ຫາງສຽງຂອງສັງຄົມ ເຮັດໃຫ້ຕ້ອງມີການພັດທະນາປັບປຸງ, ອີກປະການໜື່ງ ອີງຕາມທິດຊີ້ນໍາຂອງກະຊວງແຮງງານແລະສະຫວັດດີການສັງຄົມ ໃນການປັບປຸງພາລະບົດບາດຂອງພະແນກ ຮສສ ແຂວງ ທົ່ວປະເທດ ເຮັດໃຫ້ມີການຊັບຊ້ອນພະນັກງານຄືນໃໝ່ ລວມໄປເຖິງການໂຮມ ຂະແໜງປະກັນສັງຄົມ ຂອງ ພະແນກ ຮສສ ແຂວງ ເຂົ້າກັບ ສູນບໍລິການກອງທຶນປະກັນສັງຄົມ ມາເປັນ ຫ້ອງການປະກັນສັງຄົມແຂວງໃນປັດຈຸບັນ ແລະ ການປັບປຸງຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງໃໝ່) ສະບັບເລກທີ 0060/ຮສສ ລົງວັນທີ 11/01/2023 ທີ່ຕິດພັນກັບການຈັດຕັ້ງປະຕິບັດ ການຂື້ນທະບຽນ, ຄິດໄລ່ເງິນອຸດໜູນ ແລະ ການໂຄສະນາປະຊາສໍາພັນໃຫ້ສັງຄົມໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ສະນັ້ນ ຈິ່ງມີຄວາມຈໍາເປັນໃນການຈັດຊຸດຝຶກອົບຮົມນີ້ຂື້ນ.
ສໍາລັບຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ຮັບຟັງການບັນຍາຍແລກປ່ຽນຈາກບັນດາຫົວໜ້າພະແນກການທີ່ກ່ຽວຂ້ອງ ຂອງ ອປຊ ໃນວຽກງານຕ່າງໆ ເຊັ່ນ: ບໍລິຫານແລະຈັດຕັ້ງ, ໂຄສະນາປະຊາສໍາພັນ, ທະບຽນ-ເງິນສົມທົບ, ບັນຊີ, ອຸດໜູນ, ການເງິນ, ບໍລິການ ແລະ ວຽກງານກວດສອບ. ພ້ອມດຽວກັນນັ້ນ ພາຍໃນຊຸດຝຶກອົບຮົມ ຍັງຈະໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຊັກຖາມ ແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງລາຍງານຈຸດພິເສດຂອງແຕ່ລະແຂວງ ເພື່ອເປັນການຖອດຖອນບົດຮຽນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານຕ່າງໆຢ່າງເປັນເອກະພາບ ຄຽງຄູ່ກັບການຊີິ້ນໍາ-ນໍາພາ ແລະ ໃກ້ຊິດຕິດແທດຂອງຄະນະອົງການປະກັນສັງຄົມແຫ່ງຊາດ.

 

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)