ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2023 ທີ່ສະໂມສອນໃຫຍ່ຫ້ອງວ່າການ ເມືອງໜອງບົກ ແຂວງຄໍາມ່ວນ, ອົງການປະກັນສັງຄົມແຫ່ງຊາດ ສົມທົບກັບ ຫ້ອງການປະກັນສັງຄົມແຂວງຄຳມ່ວນ ແລະ ຫ້ອງການແຮງງານແລະສະຫວັດດີການເມືອງໜອງບົກ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານປະກັນສັງຄົມໃຫ້ກັບບັນດາຫ້ອງການລັດອ້ອມຂ້າງເມືອງ, ຫົວໜ່ວຍວິສາຫະກິດ ແລະ ອໍານາດການປົກຄອງບ້ານເທດສະບານເມືອງ ໜອງບົກ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ອຸທອນຖະຫວິນ ວໍລະຈັກ ຮອງເຈົ້າເມືອງ ເມືອງ ໜອງບົກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 21 ທ່ານ.
ໃນກອງປະຊຸມ ທ່ານ ນາງດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສໍາພັນ ອົງການປະກັນສັງຄົມແຫ່ງຊາດ ໄດ້ເຜີຍແຜ່ກົດໜາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ ເລກທີ 54/ສພຊ, ແລະ ຄໍາແນະນໍາໃນການຈັດຕັ້ງປະຕິບັດກົດໝາຍສະບັບປັບປຸງ ເລກທີ 0060/ຮສສ ຈຸດປະສົງແມ່ນແນໃສ່ໃຫ້ຜູ້ເຂົ້າຮ່ວມ ໄດ້ຮູ້ແລະເຂົ້າໃຈເພີ່ມຕື່ມ ເຖິງສິດຜົນປະໂຫຍດທີ່ຈະໄດ້ຮັບຈາກປະກັນສັງຄົມ ແລະ ເຂົ້າເຖິງລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນທັງເປັນການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະຜ່ານມາ.
ຈາກນັ້ນ ໃນຕອນບ່າຍຂອງມື້ດຽວກັນ ທີມງານໄດ້ລົງເຜີຍແຜ່ກົດໝາຍວ່າດ້ວຍປະກັນສັງຄົມໃຫ້ກັບກຸ່ມແຮງງານນອກລະບົບ ທີ່ບ້ານຫາດຊຽງດີ ເມືອງໜອງບົກ, ຊຶ່ງມີຕົວແທນຂອງກຸ່ມຜະລິດເຂົ້າແນວພັນ,ປູກເຂົ້າ, ຢາສູບ, ສາລີ ແລະ ອື່ນໆ ເຂົ້າຮ່ວມລວມທັງໝົດ 18 ທ່ານ, ຍິງ 7 ທ່ານ.