ໃນວັນທີ 22 ມີນາ 2023 ທີ່ ຫ້ອງການປະກັນສັງຄົມແຂວງຫົວພັນ ໄດ້ມີກອງປະຊຸມເຜີຍແຜ່ພາລະບົດບາດຂອງປະກັນສັງຄົມ ຂັ້ນແຂວງ, ນະຄອນຫຼວງ, ຂັ້ນເມືອງ, ເທດສະບານ ແລະ ນະຄອນ, ໂດຍການເປັນປະທານຂອງທ່ານ ພັນຕາ ທອນວົງສາ ກໍາມະການພັກແຂວງ ຫົວໜ້າພະແນກ ຮສສ ແຂວງ, ຮອງປະທານມີທ່ານ ນາງ ອານົງຮັກ ຫວ່າງວັນທານຸວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຂື້ນນໍາສະເໜີ ພາລະບົດບາດຂັ້ນແຂວງ, ນະຄອນຫຼວງ ແລະ ຮອງປະທານຮ່ວມໂດຍແມ່ນທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ຂື້ນນໍາສະເໜີພາລະບົດບາດຂັ້ນເມືອງ, ເທດສະບານ, ນະຄອນ; ມີບັນດາຜູ້ຕາງໜ້າຈາກບັນດາຫ້ອງການ ພາຍໃນແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຕໍ່ກັບສິດ ແລະ ພາລະບົດບາດຂອງພາກສ່ວນກ່ຽວຂ້ອງ ລວມໄປເຖິງຂອດການປະສານງານທີ່ຕິດພັນ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆດໍາເນີນໄປຢ່າງມີປະສິດທິພາບ, ຖືກຕ້ອງ ແລະ ວ່ອງໄວ.
Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)