ເພື່ອເປັນການສ້າງຄວາມພ້ອມໃຫ້ແກ່ວຽກງານກວດກາປະກັນສັງຄົມຢູ່ຂັ້ນສູນກາງ ໃນການລົງເຄື່ອນໄຫວກວດກາບັນດາຫົວໜ່ວຍວິສາຫະກິດໃຫ້ເຂົ້າສູ່ລະບົບປະກັນສັງຄົມ ພ້ອມທັງລົງຕິດຕາມການປະຕິບັດວຽກງານຕ່າງໆ ໃນຂະແໜງທຸລະກິດ ໃຫ້ຖືກຕ້ອງ ສອດຄ່ອງ ຕາມກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ການແຈ້ງເງິນເດືອນປະກັນຕົນ, ການຊຸກຍູ້ພະນັກງານ ເຂົ້າສູ່ລະບົບປະກັນສັງຄົມ, ການຮ້ອງຂໍເງິນອູດໜູນ ແລະ ອື່ນໆ ທັງນີ້ກໍ່ເພື່ອຮັບປະກັນໃຫ້ພະນັກງານທຸກຄົນໃນຂະແໜງທຸລະກິດ ໄດ້ຮັບການດູແລທາງດ້ານສະຫວັດດີການສັງຄົມຕາມແນວທາງນະໂຍບາຍຂອງລັດຖະບານ.
 
ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເຈົ້າໜ້າທີ່ກວດກາປະກັນສັງຄົມຂອງອົງການປະກັນສັງຄົມແຫ່ງຊາດ ສະບັບເລກທີ 4503/ຮສສ ລົງວັນທີ 15/11/2022 ແລະ ຂໍ້ຕົກລົງວ່າດ້ວຍການກວດກາວຽກງານປະກັນສັງຄົມ ສະບັບເລກທີ 4139/ຮສສ ລົງວັນທີ 02 ພະຈິກ 2021. ໃນລະຫວ່າງວັນທີ 17-18 ມັງກອນ 2023 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການແຮງງານສາກົນ (ILO) ໄດ້ຈັດກອງປະຊຸມກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄູ່ມືກວດກາປະກັນສັງຄົມ ທີ່ ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ຕາງໜ້າ ກະຊວງ ຮສສ ແລະ ທ່ານ ນາງ Marielle Phe Gaursat ຜູ້ຊ່ຽວຊານ, ຫົວໜ້າບໍລິຫານໂຄງການທາງດ້ານປົກປ້ອງສັງຄົມດ້ານສຸຂະພາບ ຂອງ ອົງການແຮງງານສາກົນ ປະຈໍາບາງກອກ, ເຂົ້າຮ່ວມມີຜູ້ຕາງໜ້າຈາກອົງການແຮງງານສາກົນ, ອົງການປະກັນສັງຄົມແຫ່ງຊາດ, ພາກສ່ວນກວດກາ ກົມຄຸ້ມຄອງແຮງງານ ກະຊວງ ຮສສ, ສານປະຊາຊົນສູງສຸດ, ສະພາແຫ່ງຊາດ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງລວມທັງໝົດ 43 ທ່ານ, ຍິງ 16 ທ່ານ.
 
ພາຍໃນກອງປະຊຸມ ທ່ານ Rene Robert ຜູ້ຊ່ຽວຊານດ້ານການກວດກາແຮງງານ ຂອງ ອົງການແຮງງານສາກົນ ປະຈໍາບາງກອກ ໄດ້ນໍາສະເໜີຜ່ານລະບົບທາງໄກກ່ຽວກັບການວາງແຜນປະຕິບັດຍຸດທະສາດ ແລະ ການຂະຫຍາຍ ອັດຕາການຄຸ້ມຄອງ, ສິ່ງທ້າທາຍ, ປະສົບການຂອງບັນດາປະເທດ ແລະ ການຈັດຕັ້ງປະຕິບັດວຽກງານທີ່ດີ; ໄດ້ຮັບຟັງການນໍາສະເໜີບົດບາດຂອງການກວດກາເພື່ອເພີ່ມທະວີການປະຕິບັດຕາມການປະກັນສັງຄົມກ່ຽວກັບຂອບເຂດ, ສິດ ແລະ ໜ້າທີ່, ວິທີການ, ຫຼັກການບັງຄັບໃຊ້; ຮັບຟັງການນໍາສະເໜີມາດຕະຖານສາກົນກ່ຽວກັບການກວດກາແຮງງານ ແລະ ປະກັນສັງຄົມ (C81) ແລະ ຄໍາແນະນໍາການກວດກາແຮງງານ ແລະ ການປະກັນສັງຄົມ, ການປຶກສາຫາລືຂໍ້ສະດວກທີ່ເປັນແຮງຈູງໃຈ, ຂໍ້ຫຍຸ້ງຍາກ ຫຼື ຄວາມບໍ່ພໍໃຈ ໃນການເຂົ້າເປັນສະມາຊິກປະກັນສັງຄົມ. ນອກນັ້ນໃນກອງປະຊຸມ ຍັງໄດ້ມີການຈັດແບ່ງຜູ້ເຂົ້າຮ່ວມອອກເປັນ 4 ກຸ່ມ ເພື່ອເປັນການລະດົມສະໝອງເຂົ້າໃນ ຫົວຂໍ້ຕ່າງໆ ເປັນຕົ້ນ ການຮ່ວມມືທີ່ດີລະຫວ່າງພາກສ່ວນກວດກາແຮງງານ ແລະ ກວດກາປະກັນສັງຄົມ, ການສົ່ງເສີມວຽກໂຄສະນາ-ປະຊາສໍາພັນ, ການເຊື່ອມສານ ແລະ ການນໍາໃຊ້ເທັກໂນໂລຊີທັນສະໄໝ.
 
ຈາກນັ້ນ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ຂື້ນສະເໜີບົດການດໍາເນີນງານວຽກງານປະກັນສັງຄົມໃນໄລຍະຜ່ານມາ ເຊິ່ງທ່ານໄດ້ສະແດງໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ຂະຫຍາຍອັດຕາການປົກຄຸມປະກັນສັງຄົມຢູ່ໃນ ສປປ ລາວ, ບົດບາດຂອງປະກັນສັງຄົມ, ແນວທາງນະໂຍບາຍຂອງພັກ-ລັດຖະບານຕໍ່ກັບວຽກງານດັ່ງກ່າວ, ຄວາມເປັນມາ, ສິດແລະໜ້າທີ່ຂອງ ອົງການປະກັນສັງຄົມແຫ່ງຊາດ, ກຸ່ມເປົ້າໝາຍໃນການເຂົ້າປະກັນສັງຄົມ, ຜົນຂອງການຈັດຕັ້ງປະຕິບັດ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປະກອບເຂົ້າໃນການຄົ້ນຄວ້າ ປຶກສາຫາລື ໃນການອອກແບບປື້ມຄູ່ມືການຕິດຕາມກວດກາວຽກງານປະກັນສັງຄົມ ແລະ ນໍາໄປສູ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງມີປະສິດທິພາບ ຄຽງຄູ່ກັບການຮ່ວມມືຈາກ 3 ຝ່າຍ ຄື ຕາງໜ້າຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ລັດຖະບານ; ລວມໄປເຖິງບັນດາຄູ່ຮ່ວມງານທີ່ດີທັງພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມວຽກງານກວດກາຂອງປະກັນສັງຄົມມີຄວາມເຂັ້ມແຂງນັບມື້ນັບຫຼາຍຂື້ນ.

 

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)