ໃນວັນທີ 22/03/2022 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ຫ້ອງການປະກັນສັງຄົມນະຄອນຫຼວງ ສົມທົບກັບ ພະແນກ ຮສສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຊຸກຍູ້ຜູ້ປະກອບອາຊີບສ່ວນບຸກຄົນໃນຂົງເຂດການປູກຝັງ ແລະ ລ້ຽງສັດ ເຂົ້າສູ່ລະບົບປະກັນສັງຄົມ ທີ່ ສະໂມສອນຫ້ອງການປົກຄອງເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາພັນ ສຸລິຍະນັນ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ເມືອງໄຊທານີ ຜູ້ຊີ້ນໍາວຽກງານຂົງເຂດວັດທະນາທໍາ-ສັງຄົມ, ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ່້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ປານີ ທີລະສັກ ຮອງຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ມີພະນັກງານຈາກຫ້ອງການປົກຄອງເມືອງໄຊທານີ, ອໍານາດການປົກຄອງບ້ານທີ່ຂື້ນກັບເມືອງໄຊທານີ, ກູ່ມຜູ້ປະກອບອາຊີບສ່ວນບຸກຄົນ ໃນຂະແໜງປູກຝັງແລະລ້ຽງສັດ ເຂົ້າຮ່ວມທັງໝົດ 80 ກ່ວາທ່ານ.