ເພື່ອຢັ້ງຢືນໄດ້ເຖິງຜົນສຳເລັດຂອງວຽກງານປະກັນສັງຄົມ ເພີ່ມທະວີຄວາມຮັບຜິດຊອບສູງ, ບໍລິການສັງຄົມຢ່າງທົ່ວເຖິິງ ໃນການຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ມີປະສິດທິຜົນດີຂຶ້ນ ເຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານ ໄດ້ຮັບຜົນສໍາເລັດເປັນສ່ວນໃຫຍ່ ແລະ ສາມາດປະຕິບັດລື່ນຄາດໝາຍສູ້ຊົນຫຼາຍດ້ານ. ໃນວັນທີ 24 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ. ໄດ້ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນປະກັນສັງຄົມປະຈໍາປີ 2024, ໂດຍເປັນກຽດເຂົ້າຮວ່ມ ຂອງ ທ່ານ ນ.ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ປະທານສະພາບໍລິຫານອົງການປະກັນສັງຄົມ; ມີຫົວໜ້າກົມ, ຮອງກົມ, ຫ້ອງການ, ສະຖາບັນ, ໂຄງການ; ຄະນະອົງການ, ຄະນະພະແນກ ຮສສ ແຂວງ ແລະ ນະຄອນຫລວງ, ຄະນະພະແນກ ອປຊ, ຫົວໜ້າ ຫປສ ແຂວງ ທົ່ວປະເທດ, ສູນບໍລິການປະກັນສັງຄົມ 8 ເມືອງ, ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮວ່ມຢ່າງພ້ອມພຽງ.

ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານປະກັນສັງຄົມ ປະຈຳປີ 2024, ທ່ານກ່າວວ່າ: ເພື່ອເປັນການຕີລາຄາ ແລະ ປະເມີນຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ, ສະພາບໍລິຫານ ອົົງການປະກັນສັງຄົມແຫ່ງຊາດພວກເຮົາ ກໍ່ໄດ້ມີຄວາມພະຍາຍາມ ບຸກບືນ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ຄົ້ນຄວ້າ ແລະ ປະດິດສ້າງ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນດ້ວຍຄວາມຫ້າວຫັນ ເຫັນໄດ້ວ່າມີຫລາຍດ້ານທີ່ພວກເຮົາສາມາດບັນລຸຕາມລະດັບຄາດໝາຍຕາມແຜນການທີ່ວາງໄວ້ ແລະ ມີສິ່ງໃໝ່ໆຫລາຍຢ່າງເກີດຂຶ້ນໃນໄລຍະເວລາອັນສັ້ນໆ. ບັນດາຜົນສໍາເລັດທີ່ຍາດມາໄດ້ ບໍ່ພຽງແຕ່ເປັນການພະຍາຍາມ ແຕ່ຍັງແມ່ນໝາກຜົນແຫ່ງຄວາມສາມັກຄີເປັນຈິດນຶ່ງໃຈດຽວຂອງພະນັກງານສະມາຊິກທັງໝົດ. ຈາກຄວາມພະຍາຍາມດັ່ງກ່າວ ໄດ້ສ້າງເງື່ອນໄຂໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ປັບປຸງ, ການຄົ້ນຄວ້າປັບປຸງກົດຫມາຍວ່າດ້ວຍການປະກັນສັງຄົມ ໄດ້ຮັບການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ ສາມາດສະເຫນີຕໍ່ກະຊວງຍຸດຕິທຳນຳ ເພື່ອເຂົ້າສູ່ຂະບວນການກວດກາຄວາມສອດຄ່ອງເພື່ອກະກຽມເອົາເຂົ້າຜ່ານສະພາຕາມລະບຽບການ, ວຽກງານໂຄສະນາປະຊາສຳພັນໄດ້ຮັບການຈັດຕັ້ງປະຕິບັດດ້ວຍຫລາກຫລາຍຊ່ອງທາງ ຄຽງຄູ່ໄປກັບການສ້າງ ແລະ ປັບປຸງຜະລິດຕະພັນສື່ໂຄສະນາຕ່າງໆ ໃຫ້ມີຄວາມເຫມາະສົມ ເພື່ອເຂົ້າເຖິງທຸກກຸ່ມເປົ້າຫມາຍ, ລະບົບກົນໄກໃນການຈັດຕັ້ງປະຕິບັດຄຸ້ມຄອງບໍລິຫານກອງທຶນໄດ້ຮັບການປັບປຸງໃຫ້ເປັນລະບົບທີ່ຮັດກຸມ, ໂປ່ງໃສ ສາມາດກວດສອບໄດ້. ລະບົບການບໍລິການປະກັນສັງຄົມ ເພື່ອອຳນວຍຄວາມສະດວກໃຫ້ຜູ້ປະກັນຕົນ ໄດ້ຮັບການປັບປຸງ ດ້ວຍຫລາຍວິທີການ ທີ່ກະທັດຮັດ, ວ່ອງໄວຂື້ນ, ຫັນໄປສູ່ທັນສະໄຫມເທື່ອລະກ້າວ. ນອກນີ້ກໍ່ຍັງມີຜົນສຳເລັດອື່ນໆຫຼາຍດ້ານ ຊຶ່ງບັນດາທ່ານຈະໄດ້ຮັບຟັງການລາຍງານລະອຽດຂອງແຕ່ລະດ້ານໃນບົດສະຫຼຸບຕື່ມ.

ພາຍໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫລຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ການກຳນົດທິດທາງແຜນການປີ 2025 ໂດຍທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເຊິ່ງທ່ານໄດ້ສະແດງໃຫ້ເຫັນບັນດາຕົວເລກຄາດໝາຍສູ້ຊົນ ແລະ ສິ່ງທ້າທາຍທີ່ເປັນອຸປະສັກຕໍ່ການຂະຫຍາຍອັດຕາການປົກຄຸມວຽກງານປະກັນສັງຄົມ ເພື່ອເປັນຫົວຂໍ້ປຶກສາຫາລືພາຍໃນກອງປະຊຸມ ເປັນຕົ້ນ: ການປະຕິບັດຄາດໝາຍສູ້ຊົນເພື່ອຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ທະບຽນໃໝ່ແມ່ນບັນລຸຕາມແຜນການປີ ມີຈໍານວນວິສະຫະກິດ ທີ່ມາຂຶ້ນທະບຽນຈຳນວນຫຼາຍຫົວໜ່ວຍ ແຕ່ມີຜູ້ອອກແຮງງານຕໍ່າ ແລະ ມີການເຄື່ອນຍ້າຍຫຼາຍ ຊຶ່ງໃນປີ 2024 ມີຫົວໜ່ວຍທີ່ມາຂຶ້ນທະບຽນ 2011 ຫົວໜ່ວຍ ຈໍານວນ 52.181 ຄົນ ແຕ່ຫົວໜ່ວຍທີ່ຈ່າຍຕົວຈິງມີ 1.407 ຫົວໜ່ວຍ, ມີຜູ້ອອກແຮງງານ 8.844 ຄົນ, ສະເລ່ຍການປົກຄຸມທຽບໃສ່ປະຊາກອນ ເຫັນວ່າຍັງຕໍ່າປະຕິບັດໄດ້ພຽງ 23%; ດ້ານງົບປະມານລາຍຮັບພາກລັດທີ່ໄດ້ຮັບອະນຸມັດປະຈຳປີ 2024 ແມ່ນບໍ່ພຽງພໍກັບລາຍຈ່າຍອຸດໜູນປະກັນສັງຄົມ ຊຶ່ງໄດ້ສະເໜີຂໍດັດແກ້ເພີ່ມຈາກລັດຖະບານ ສອງຄັ້ງ ຈຳນວນ 500,78 ຕື້ກວ່າກີບ ແລະ ໃນເງິນຊ່ວຍໜູນ 46 ຕື້ກວ່າກີບ ເຫດຜົນທີ່ລາຍຈ່າຍເກີນແຜນ ແມ່ນມາຈາກມີຈຳນວນຜູ້ຂໍຮັບເງິນອຸດໜູນປະເພດຕ່າງໆຕາມກົດໝາຍເພີ່ມຂຶ້ນ, ພະນັກງານ-ລັດຖະກອນ ອອກຮັບອຸດໜູນເທື່ອດຽວເພີ່ມຂຶ້ນ ເກີນແຜນ 75,6% (ແຜນຈໍານວນ 804 ຄົນ ເປັນເງິນ 35,59 ຕື້ກວ່າກີບ) 2024 ປະຕິບັດ ຈໍານວນ 1.405 ຄົນ ເປັນເງິນ 64,37ຕື້ກີບ; ບັນຫາການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບຍັງມີຄວາມທ້າທາຍຫຼາຍ ຜ່ານການປຶກສາຫາລືຂອງຫຼາຍກອງປະຊຸມຫຼາຍລະດັບ, ມີການແກ້ໄຂໂດຍແຈ້ງການ ບໍ່ອານຸຍາດໃຫ້ໂຮງໝໍເກັບເງິນນຳສາມະຊິກປະກັນສັງຄົມ ແລະ ມີການແຈ້ງການໃຫ້ບັນດາໂຮງໝໍເກັບເງິນຄ່າບໍລິການນຳປະຊາຊົນທີ່ມີເງື່ອນໄຂຈ່າຍ ແຕ່ໃນທາງປະຕິບັດຍັງບໍ່ມີວິທີການ ແລະ ກົນໄກການປະຕິບັດທີ່ທັນຊັດເຈນເຮັດໃຫ້ຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້, ນິຕິກໍາ ທີ່ເປັນບ່ອນອີງ ແລະ ການຈັດຕັ້ງປະຕິບັດກໍ່ບໍ່ທັນເປັນເອກະພາບ ແລະ ການຊີ້ນຳການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບບໍ່ມີຄວາມເປັນເອກະພາບ ເຮັດໃຫ້ການຮ້ອງຮຽນກ່ຽວກັບການເສຍສິດດ້ານປະກັນສຸຂະພາບເພີ່ມຫຼາຍຂື້ນ; ການກວດກາປະກັນສັງຄົມ ຍັງບໍ່ສາມາດດໍາເນີນການໄດ້ ເນື່ອງຈາກສະພາບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບ ເປັນຕົ້ນ. ກອງປະຊຸມໄດ້ມີການປຶກສາຫາລືໃນຫຼາຍບັນຫາສໍາຄັນ ພ້ອມທັງໄດ້ຮັບຟັງການຊີ້ແຈງບັນຫາລົງເລິກ ແລະ ວິທີທາງການແກ້ໄຂເພື່ອຄວາມເປັນເອກະພາບ ພ້ອມດຽວກັນນີ້ ຍັງໄດ້ຟັງຄໍາແນະນໍາຂອງບັນດາຫົວໜ້າກົມ-ຮອງກົມ ແລະ ພະແນກແຮງງານແລະສະຫວັດດີການສັງຄົມແຂວງທົ່ວປະເທດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໄດ້ຮັບຜົນສໍາເລັດເປັນກ້າວໆ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນທິດຊີ້ນຳໃນການພັດທະນາປັບປຸງວຽກງານປະກັນສັງຄົມ ພ້ອມທັງຕີລາຄາສູງຕໍ່ກັບກອງປະຊຸມດັ່ງກ່າວ ເພື່ອຮັບປະກັນໃຫ້ກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ວາງໄວ້, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮວ່ມ ຈົ່ງຄົ້ນຄ້ວາປະກອບຄຳຄິດເຫັນ ຕໍ່ການລາຍງານຂອງກອງປະຊຸມຢ່າງເລິກເຊິ່ງ, ຊອກໃຫ້ເຫັນດ້ານດີທີ່ຈະຕ້ອງໄດ້ເສີມຂະຫຍາຍ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດຕົ້ນຕໍ ທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂຢ່າງຖືກຕ້ອງ, ບົນຈິດໃຈຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບ ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບ ແລະ ແຜນການມີເນື້ອໃນທີ່ອຸດົມສົມບູນ, ຄົບຖ້ວນ ແລະເປັນແນວທາງໃຫ້ແກ່ ອົງການປະກັນສັງຄົມແຫ່ງຊາດ ສາມາດນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງມີປະສິດທິຜົນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)