ເພື່ອເຮັດໃຫ້ວຽກງານປະກັນສັງຄົມ ໄດ້ມີການພັດທະນາຢ່າງເປັນລະບົບ, ສືີບຕໍ່ຂະຫຍາຍອັດຕາສ່ວນການປົກຄຸມປະກັນສັງຄົມ ໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ທັງເປັນການຖອດຖອນບົດຮຽນ ເພື່ອປັບປຸງແກ້ໄຂຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ໃນໄລຍະໜຶ່ງປີຜ່ານມາ. ກອງປະຊຸມສຳມະນາດ້ານວິຊາການ ປະຈໍາປີ 2024ດຳເນີນຂື້ນໃນລະຫວ່າງ 22-23 ມັງກອນ 2025 ທີ່ ຫ້ອງປະຊຸມໃຫຍ່ ຂອງ ອປຊ, ໂດຍການເປັນປະທານຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີບັນດາຮອງຫົວໜ້າອົງການ, ຫົວໜ້າ ຫ້ອງການປະກັນສັງຄົມແຂວງ 17 ແຂວງ ແລະ ນະຄອນຫຼວງວຽງຈັນ, ບັນດາຄະນະພະແນກ ພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງຂອງ ອປຊ ເຂົ້າຮ່ວມຈໍານວນທັງໝົດ 88 ທ່ານ, ຍິງ 34 ທ່ານ.
ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ປະທານໄດ້ກ່າວເປີດກອງປະຊຸມສຳມະນາຢ່າງເປັນທາງການ, ເຊິ່ງໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານໃນ 6 ຫົວຂໍ້ສຳຄັນຄືຂອງບັນດາພະແນກການທີ່ກ່ຽວຂ້ອງ ຄື: 1) ວຽກງານການກວດສອບຂໍ້ມູນ ແລະ ການຂຶ້ນທະບຽນ 12 ຕົວເລກ ຜູ້ຮັບອຸດໜູນໄລຍະຍາວພາກລັດ ແລະ ການສົມທຽບຕົວເລກອຸດໜູນກັບບັນຊີ ໃນໄລຍະ 1ປີ ເຫັນໄດ້ວ່າ ມີ 9 ແຂວງທີເຮັດສຳເລັດ ໃນການຂຶ້ນທະບຽນ 12 ຕົວເລກ ເຊິ່ງບັນດາແຂວງທີ່ຍັງບໍ່ສຳເລັດຕ້ອງໄດ້ສືບຕໍ່ປະສານງານຮ່ວມມືກັບພາກສ່ວນກ່ຽວຂ້ອງເພື່ອໃຫ້ວຽກງານສຳເລັດ; 2) ວຽກງານການນໍາໃຊ້ ແລະ ແຜນການສືບຕໍ່ ປະຕິບັດໂປແກມ E-office ເພື່ອເປັນການ ຫັນເປັນທັນສະໄໝ ໃນການຈັດຕັ້ງປະຕິບັດຕາມລະບົບຂອງ ລັດຖະບານໃຫ້ສາມາດນຳໃຊ້ໄດ້ກັບບັນດາແຂວງ ທົ່ວປະເທດ; 3) ການປະຕິບັດຕົວເລກຄາດໝາຍສູ້ຊົນ ການລົງປະຊາສຳພັນວຽກງານປະກັນສັງຄົມທັງພາກລັດ, ພາກວິສາຫະກິດ ແລະ ພາກສະໝັກໃຈໃນຂອບເຂດທົ່ວປະເທດ ສຳລັບຜົນການຈັດຕັ້ງປະຕິບການຂື້ນທະບຽນແມ່ນສຳເລັດ ເກີນແຜນ ແຕ່ເຫັນວ່າການຂື້ນທະບຽນ ຜູ້ອອກແຮງງານຍັງຫລຸດຄາດໝາຍ ເມື່ອທຽບໃສ່ແຜນການ; 4) ຖອດຖອນບົດຮຽນການບໍລິການຂື້ນທະບຽນເຄື່ອນທີ່ ເພື່ອເຮັດໃຫ້ແຮງງານນອກລະບົບ ໄດ້ຮັບການປົກປ້ອງໃນລະບົບປະກັນສັງຄົມ, ເລີ່ມຕົ້ນທົດລອງຢູ່ນະຄອນຫລວງວຽງຈັນ ແລະ ເຄື່ອນໄຫວພາຍໃຕ້ ໂຄງການໂຊລ່າ ຢູ່ 3 ແຂວງ (ຈຳປາສັກ, ສາລະວັນ ແລະ ເຊກອງ) ແລະ ໂຄງການອື່ນ ຢູ່ ຫລວງພະບາງ, ອຸດົມໄຊ, ຫລວງນ້ຳທາ, ຊຽງຂວາງ , ຫົວພັນ ແລະ ບໍລິຄຳໄຊ; 5) ຖອດຖອນບົດຮຽນການສ້າງຕັ້ງສູນບໍລິການປະກັນສັງຄົມເມືອງ ປັດຈຸບັນ ອປຊ ມີ ສູນບໍລິການປະກັນສັງຄົມ ຢູ່ 8 ເມືອງ ແລະ ໄດ້ຈັດຕັ້ງປະຕິບັດຢູ່ສອງ ຮູບແບບຄື: ສູນບໍລິການເຕັມຮູບແບບ ແລະ ສູນບໍລິການ ບໍ່ເຕັມຮູບເຮັດ ມີໜ້າທີ່ໂຄສະນາປະຊາສຳພັນ , ວຽກງານທະບຽນ-ເງິນສົມທົບ ພາກລັດ ແລະ ພາກວິສາຫະກິດ, ສະແກນເອກະສານ , ວຽກບັນຊີການເງິນ ແລະ ວຽກອຸດໜູນ; 6) ຖອດຖອນບົດຮຽນວຽກງານກວດສອບ ເພື່ອຮັບປະກັນໃຫ້ກອງທຶນມີຄວາມໝາຍຄົວ ໂປ່ງໃສ ແລະ ສາມາດກວດສອບໄດ້.
ກອງປະຊຸມໄດ້ມີການປະກອບຄຳຄິດຄຳເຫັນເຂົ້າໃນບັນດາຫົວຂໍ້ສຳຄັນດ້ວຍຄວາມເປັນເຈົ້າການຈາກນັ້ນທ່ານປະທານໄດ້ໃຫ້ທິດຊີ້ນຳ ແລະ ໄດ້ເນັ້ນໜັກບັນຫາ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຂອບເຂດທົ່ວປະເທດ ດັ່ງນີ້: 1) ສືບຕໍ່ ຄົ້ນຄວ້າບັນດານິຕິກຳທີ່ຕິດພັນກັບການປະຕິບັດນະໂຍບາຍ ຂໍໃຫ້ ບັນດາທ່ານຄົ້ນຄວ້າ ໃຫ້ລະອຽດ ພ້ອມທັງ ຊຸກຍູ້ພະນັກງານວິຊາການກ່ຽວຂ້ອງໃຫ້ເຂົ້າໃຈຢ່າງຖືກຕ້ອງ ແລະ ເລີກເຊິ່ງ ຫລີກລ້ຽງການ ປະຕິບັດທີ່ຜິດພາດ; 2) ມອບໃຫ້ຫົວໜ້າຫ້ອງການປະກັນສັງຄົມແຂວງ ສືບຕໍ່ເປັນເຈົ້າການໃຫ້ມີການຍາດແຍ່ງ ເພື່ອຂໍຄວາມຊ່ວຍເຫລືອ ຈາກອໍານາດການປົກຄອງທ້ອງຖີ່ນ ໃຫ້ມີປະສິດທິຜົນໃນການຈັດຕັ້ງ ປະຕິບັດ ແລະ ລາຍງານບັນຫາ ທີ່ຕິດພັນກັບພາຍນອກ ຕໍ່ກັບ ຮສສ ແຂວງທີ່ຕົນເອງຂື້ນກັບ; 3) ສະເໜີໃຫ້ຄົ້ນຄວ້າ ກ່ຽວກັບການ ຂໍແຕ່ງຕັ້ງ, ຊັບຊ້ອນ ຫລື ຍົກຍ້າຍ ບຸກຄະລາກອນ ໃຫ້ເປັນໄປຕາມ ແຈ້ງການ ເລກທີ 842/ສພ, ຂອງກົມຈັດຕັ້ງແລະພະນັກງານ ກ່ອນການແຕ່ງຕັ້ງພະນັກງານຢູ່ຂັ້ນແຂວງໃຫ້ມີການປະສານງານຫາສຸນກາງກ່ອນ; 4) ບັນຫາທີ່ເອກະພາບກັນໃນ 6 ຫົວຂໍ້ຂ້າງເທີງ ໃຫ້ ບັນດາທ່ານ ເປັນເຈົ້າການໃນການ ຈັດຕັ້ງປະຕິບັດ ນຳເອົາເນື້ອໃນຈິດໃຈກອງປະຊູມ ໄປຜັນຂະຫຍາຍໃນວຽກງານຕົວຈິງໃຫ້ປະສົບຜົນສຳເລັດ.