ໃນລະຫວ່າງວັນທີ 28 ຕຸລາ - 01 ພະຈິກ 2024 ທີມງານປະກັນສັງຄົມຂັ້ນສູນກາງ ນໍາພາໂດຍທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສໍາພັນ ຮ່ວມກັບ ຫ້ອງການປະກັນສັງຄົມແຂວງຫົວພັນ ສົມທົບກັບ ບັນດາຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ລົງໃຫ້ບໍລິການຂື້ນທະບຽນເຄື່ອນທີ່ແກ່ພໍ່ແມ່ປະຊາຊົນບ້ານເປົ້າໝາຍພາຍໃນແຂວງຫົວພັນ ໂດຍການສະໜັບສະໜູນງົບປະມານຂອງ ອົງການໄອໂລ-ໄຊນາ (ILO-China). ການເຄື່ອນທີ່ຄັ້ງນີ້ ໄດ້ລົງໃຫ້ບໍລິການ ຢູ່ 6 ບ້ານ ແລະ 1 ຕະຫຼາດ ຄື: ບ້ານປ່າຄ່າໃຕ້ ເມືອງຫົວເມືອງ, ບ້ານນາອໍ້ ແລະ ບ້ານຜາແຫຼມ ເມືອງກວັນ, ບ້ານພັນສະຫວັນ ເມືອງຊໍາໃຕ້, ບ້ານຊຽງຊື້ ແລະ ບ້ານນາເມືອງ ເມືອງວຽງໄຊ ແລະ ຕະຫຼາດເມືອງຊໍາເໜືອ ມີປະຊາຊົນໃຫ້ຄວາມສົນໃຈຂື້ນທະບຽນທັງໝົດ 75 ຄົນ ເປັນຍິງ 43 ຄົນ, ມີຜູ້ເຂົ້າຮ່ວມທັງໝົດ 159 ຄົນ.

       ຈຸດປະສົງການລົງເຄື່ອນທີ່ຄັ້ງນີ້ ນອກຈາກຈະເປັນການຂື້ນທະບຽນໃຫ້ປະຊາຊົນບ້ານເປົ້າໝາຍແລ້ວ ຍັງໄດ້ມີການເຜີຍແຜ່ກົດໝາຍປະກັນສັງຄົມໃຫ້ປະຊາຊົນເຫັນໄດ້ເຖິງຄວາມສໍາຄັນວຽກງານດັ່ງກ່າວ ຕາມແນວທາງນະໂຍບາຍຂອງລັດຖະບານ, ອະທິບາຍລົງເລິກສິດຜົນປະໂຫຍດທີ່ຜູ້ປະກັນຕົນສະໝັກໃຈຈະໄດ້ຮັບ 07 ອຸດໜູນ, ແນະນໍາການຂື້ນທະບຽນ, ຮັບເງິນ, ອອກບິນຮັບເງິນ, ອອກບັດປະກັນສັງຄົມ ພ້ອມແນະນໍາວິທີການຊໍາລະຄ່າປະກັນສັງຄົມໃນຄັ້ງຕໍ່ໆໄປ ຜ່ານຫ້ອງການປະກັນສັງຄົມແຂວງ ແລະ ປ່ອງບໍລິການຂອງທະນາຄານພັດທະນາລາວ ຫຼື ຊໍາລະດ້ວຍມືຖືດ້ວຍລະບົບອອນໄລຜ່ານແອັບ LDB Trust ຂອງ ທພລ. ພ້ອມດຽວກັນນັ້ນ ຍັງເປັນການຖອດຖອນບົດຮຽນ ແລະ ກະກຽມສ້າງຄວາມພ້ອມໃຫ້ກັບທີມງານທີ່ຈະລົງວຽກງານເຄື່ອນທີ່ ຂອງ ຫ້ອງການປະກັນສັງຄົມແຂວງຫົວພັນ ສາມາດລົງເຄື່ອນທີ່ດ້ວຍຕົນເອງຢ່າງມີປະສິດທິພາບ ຮັບປະກັນການໃຫ້ບໍລິການທີ່ສະດວກ ວ່ອງໄວ ໃນເວລາທີ່ປະຊາຊົນມາໃຊ້ບໍລິການ.

.....................
       “ປັດຈຸບັນ, ກົດໝາຍວ່າດ້ວຍການປະກັນສັງຄົມ ໄດ້ຂະຫຍາຍການຄຸ້ມຄອງໄປເຖິງຜູ້ປະກອບອາຊີບອິດສະລະ ແລະ ປະຊາຊົນທົ່ວໄປ ທີ່ມີສຸຂະພາບແຂງແຮງ ອາຍຸລະຫວ່າງ 14-60ປີ ສາມາດສະໝັກໃຈນໍາປະກັນສັງຄົມໄດ້ທີ່ອົງການປະກັນສັງຄົມແຫ່ງຊາດ ບ້ານທົ່ງສ້າງນາງ ເມືອງຈັນທະບຸລີ ຫຼື ຫ້ອງການປະກັນສັງຄົມແຂວງໃນຂອບເຂດທົ່ວປະເທດ ເຊິ່ງຜູ້ປະກັນຕົນສະໝັກໃຈ ຈະໄດ້ຮັບການຄຸ້ມຄອງ 07 ອຸດໜູນ ຄື: 1) ການປະກັນສຸຂະພາບ, 2) ອອກລູກ, 3) ປ່ວຍການ, 4) ເສຍກໍາລັງແຮງງານ, 5) ບໍານານ, 6) ເສຍຊີວິດ, 7) ອຸດໜູນສະມາຊິກຄອບຄົວ. ສອບຖາມຂໍ້ມູນເພີ່ມຕືີ່ມ: 1508 ໃນໂມງລັດຖະການ”

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)