ໃນວັນທີ 14 ຕຸລາ 2024 ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວິທີການແກ້ໄຂການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ທີ່ ໂຮງແຮມ ຄຣາວພລາຊ່າ ວຽງຈັນ ພາຍໃຕ້ການສະໜັບສະໜູນດ້ານງົບປະມານ ໂດຍ ອົງການກາແດງສະວິດສ໌, ໃຫ້ກຽດເປັນປະທານ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີ ຄະນະພະແນກສາທາລະນະສຸກ ນະຄອນຫຼວງ ແລະ ຄະນະພະແນກສາທາລະນະສຸກແຂວງທົ່ວປະເທດ, ຫ້ອງການປະກັນສຸຂະພາບແຫ່ງຊາດ, ຄະນະອໍານວຍການ 5 ໂຮງໝໍສູນກາງ, ຄະນະອໍານວຍການໂຮງໝໍແຂວງທົ່ວປະເທດ, ບັນດາໂຮງໝໍເມືອງ 9 ເມືອງໃນນະຄອນຫຼວງ, ຄະນະອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສັງຄົມແຂວງທົ່ວປະເທດ ແລະ ບັນດາພະແນກການພາຍໃນ ອປຊ, ບັນດາລັດວິສາຫະກິດ ແລະ ວິສາຫະກິດ ທີ່ເປັນສະມາຊິກປະກັນສັງຄົມ ເຂົ້າຮ່ວມທັງໝົດ 175 ທ່ານ.

ໃນກອງປະຊຸມ, ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ຂື້ນລາຍງານພາບລວມຂອງລະບົບປະກັນສັງຄົມ, ການຈັດສັນກອງທຶນ, ສະພາບການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ກ່ອນ ແລະ ຫຼັງການມອບໂອນງົບປະມານຮ່ວງປະກັນສຸຂະພາບໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຄຸ້ມຄອງ ຕາມແນວທາງນະໂຍບາຍຂອງລັດຖະບານ. ກອງປະຊຸມ ໄດ້ມີການປຶກສາຫາລືຫຼາຍບັນຫາ ເພື່ອເລັ່ງໃສ່ປັບປຸງວຽກງານປະກັນສຸຂະພາບພາຍໃຕ້ລະບົບປະກັນສັງຄົມໃຫ້ດີຂື້ນ ໂດຍອີງໃສ່ຫາງສຽງຂອງສັງຄົມ ທີ່ສ່ວນຫຼາຍພົບບັນຫາໄດ້ຈ່າຍເງິນເພີ່ມເວລາໄປໃຊ້ບໍລິການຕົວຈິງ, ບັນຫາເສດຖະກິດເງິນເຟີ້ ຢູ່ ສປປ ລາວ ທີ່ສົ່ງຜົນກະທົບຕໍ່ໂຮງໝໍຕ້ອງແບກຫາບພາລະຄ່າໃຊ້ຈ່າຍເພີ່ມໃນການນໍາເຂົ້າ ຢາ ແລະ ອຸປະກອນການແພດສ່ວນຫຼາຍມາແຕ່ຕ່າງປະເທດ ລວມເຖິງຄ່າບໍາລຸງຮັກສາເຄື່ອງຈັກ ແລະ ອຸປະກອນການແພດໃນແຕ່ລະປີທີ່ມີຄ່າໃຊ້ຈ່າຍສູງ ແຕ່ກົງກັນຂ້າມຜູ້ປະກັນຕົນໃນລະບົບປະກັນສັງຄົມ ຍັງມີການສົມທົບເງິນໃນອັດຕາເທົ່າເກົ່າ ແລະອື່ນໆ, ເຊິ່ງໃນທີ່ປະຊຸມໂດຍສ່ວນຫຼາຍສະເໜີໃຫ້ອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນສຸຂະພາບແຫ່ງຊາດ ປະສານງານກັນຢ່າງໃກ້ສິດ ເພື່ອຊອກຫາທາງອອກຮ່ວມກັນກ່ຽວກັບບັນຫາທີ່ຍັງບໍ່ທັນເປັນເອກະພາບ ທັງນີ້ກໍ່ເພື່ອຮັບປະກັນເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການແກ້ໄຂຢ່າງທັນກັບສະພາບການ ກໍ່ຄື ການສ້າງຄວາມເພິ່ງພໍໃຈໃຫ້ກັບສະມາຊິກປະກັນສັງຄົມເວລາໄປໃຊ້ບໍລິການຢູ່ບັນດາໂຮງໝໍຄູ່ສັນຍາໃນຂອບເຂດທົ່ວປະເທດ.

          ໃນຕອນທ້າຍ, ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໃນນາມປະທານກອງປະຊຸມກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍຄວາມສໍາຄັນ ສະແດງອອກຈາກການສົນທະນາແລກປ່ຽນບັນຫາຢ່າງກົງໄປກົງມາ ຂອງຜູ້ໃຊ້ບໍລິການ ກໍ່ຄື ສະມາຊິກປະກັນສັງຄົມ ແລະ ຜູ້ໃຫ້ບໍລິການ ກໍ່ຄື ບັນດາໂຮງໝໍຄູ່ສັນຍາໃນຂົງເຂດສາທາລະນະສຸກ ບົນພື້ນຖານລະບຽບຫຼັກການ ເພື່ອເຮັດໃຫ້ວຽກງານການບໍລິການໄດ້ຮັບການພັດທະນາປັງປຸງ, ແຕ່ເນື່ອງຈາກວຽກງານດັ່ງກ່າວ ແມ່ນຕິດພັດກັບຫຼາຍປັດໃຈ ສະນັ້ນ ອົງການປະກັນສັງຄົມແຫ່ງຊາດ ແລະ ຫ້ອງການປະກັນສຸຂະພາບແຫ່ງຊາດ ຕ້ອງໄດ້ເພີ່ມທະວີການເຮັດວຽກຮ່ວມກັນໃຫ້ໜັກຂື້ນ, ເຊິ່ງຜ່ານການແລກປ່ຽນ ປະກັນສັງຄົມພວກເຮົາຈະໄດ້ນໍາເອົາທຸກໆຄໍາຄິດເຫັນ ແລະ ຂໍ້ສະເໜີ ເພື່ອລາຍງານຂັ້ນເທິງພິຈາລະນາຊີ້ນໍາແກ້ໄຂປັບປຸງ. ທ່ານໄດ້ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ທາງປະກັນສັງຄົມ ກໍ່ບໍ່ໄດ້ລົດລະຄວາມພະຍາຍາມຈັດກອງປະຊຸມວິຊາການ ແລະ ກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງລະດັບສອງລັດຖະມົນຕີ ແລະ ລະດັບຮອງນາຍົກລັດຖະມົນຕີ ເປັນປະທານ ເພື່ອຄົ້ນຄ້ວາຫາທາງອອກກ່ຽວກັບວຽກງານປະກັນສຸຂະພາບ. ກອງປະຊຸມປຶກສາຫາລືກ່ຽວກັບວິທີການແກ້ໄຂການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ໄດ້ສໍາເລັດລົງໃນຕອນແລງຂອງມື້ດຽວກັນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)