ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານເຈົ້າໜ້າທີ່ກວດກາປະກັນສັງຄົມ ໃນການລົງຕິດຕາມກວດກາການເຄື່ອນໄຫວຂອງບັນດາກຸ່ມເປົ້າໝາຍ ໃນການຂື້ນທະບຽນປະກັນສັງຄົມ, ການແຈ້ງເງິນສົມທົບຕາມກົດໝາຍ, ການຄ້າງຈ່າຍເງິນສົມທົບທີ່ຕິດພັນກັບການເກີດສິດປິ່ນປົວສຸຂະພາບ, ການຮ້ອງຂໍເງິນອຸດໜູນແລະອື່ນໆ ໃຫ້ຖືກຕ້ອງ ສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ສະບັບເລກທີ 54/ສພຊ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 0060/ຮສສ.
ໃນລະຫວ່າງວັນທີ 01-05 ກໍລະກົດ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີຊຸດຝຶກອົບຮົມວຽກງານເຈົ້າໜ້າທີ່ກວດກາປະກັນສັງຄົມ ພາຍໃຕ້ການສະໜັບສະໜູນຂອງອົງການແຮງງານສາກົນ ໂດຍການເປັນປະທານຂອງ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຜູ້ຊ່ຽວຊານວຽກງານກວດກາ ແລະ ຜູ້ປະສານງານ ຈາກອົງການແຮງງານສາກົນ ພ້ອມດ້ວຍຄະນະເຈົ້າໜ້າທີ່ກວດກາປະກັນສັງຄົມຂອງລາວ ແລະ ຫປສ ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມຄັ້ງນີ້ ນອກຈາກຈະໄດ້ຮັບຟັງການບັນຍາຍລົງເລີກທາງດ້ານທິດສະດີກ່ຽວກັບການສ້າງຄວາມເຂັ້ມແຂງວຽກງານກວດກາປະກັນສັງຄົມແລ້ວ, ຍັງໄດ້ຍົກປະສົບການວຽກງານກວາກາຂອງບັນດາປະເທດທີ່ພົ້ນເດັ່ນໃນໂລກ ເຊັ່ນ: ແອສປາຍ, ປັອກຕຸຍການ, ໂຣມາເນຍ, ແບນຊິກ, ສະຫາລັດອາຣັບເອເມີເຣດ ທີ່ນຳໃຊ້ໂດຣນເຂົ້າຊ່ວຍໃນວຽກງານກວດກາ ແລະອື່ນໆ, ນອກນັ້ນ ຍັງໄດ້ລົງເລິກກ່ຽວກັບການສ້າງຄວາມພ້ອມໃຫ້ແກ່ເຈົ້າໜ້າທີ່ກວດກາ, ການກະກຽມອຸປະກອນ ແລະ ເຄື່ອງມືໃນການລົງກວດກາ, ຈັນຍາບັນຂອງເຈົ້າໜ້າທີ່ກວດກາທີ່ດີ, ການຮັບມືບັນຫາສະເພາະໜ້າ ແລະ ອື່ນໆ.
ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 05 ວັນ ທັງລົງທາງດ້ານທິດສະດີ ແລະ ການຈັດແບ່ງເປັນກຸ່ມໃນພາກປະຕິບັດ, ເຊິ່ງພາຍຫຼັງສຳເລັດການຝຶກອົບຮົມ ທີມງານເຈົ້າໜ້າມີ່ກວດກາ ແລະ ຄະນະຜູ້ຊຽວຊານອົງການແຮງງານສາກົນ ໄດ້ລົງເຄື່ອນໄຫວຢ້ຽມຢາມບັນດາຫົວໜ່ວຍທຸລະກິດໃນນະຄອນຫຼວງວຽງຈັນ ເພື່ອແນະນຳຈຸດປະສົງ ແລະ ພາລະບົດບາດຂອງເຈົ້າໜ້າທີ່ກວດກາ ທີ່ຈະເລີ່ມຈັດຕັ້ງປະຕິບັດດຳເນີນການລົງກວດກາຕົວຈິງ ໃນໄວໆນີ້.