ເພື່ອເປັນການສັງລວມຂໍ້ມູນ ແລະ ເປັນບ່ອນອີງໃຫ້ແກ່ຄະນະປັບປຸງກົດໝາຍ ໃນການທົບທວນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018 ທີ່ລວມມີ 123 ມາດຕາ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂື້ນ ທັງນີ້ກໍ່ເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ປະກັນຕົນ ແລະ ຄວາມຍືນຍົງຂອງກອງທຶນ. ໃນວັນທີ 15 ກັນຍາ 2023 ທີ່ ຫ້ອງປະຊຸມຊັ້ນ 4 ຂອງ ອປຊ, ໄດ້ມີກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມຂື້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຜູ້ຕາງໜ້າຈາກກົມສັງຄົມ ສະພາແຫ່ງຊາດ, ກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ຜູ້ອາຍຸສູງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງການປະກັນສັງຄົມແຂວງ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ກ່າວຄວາມໝາຍຄວາມສໍາຄັນຂອງກອງປະຊຸມ, ທ່ານກ່າວວ່າ: ນັບແຕ່ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ໄດ້ເລີ່ມປະກາດນໍາໃຊ້ໃນທ້າຍປີ 2018 ເປັນຕົ້ນມາ, ບັນດານິຕິກໍາລຸ່ມກົດໝາຍກໍ່ໄດ້ຖືກສ້າງຂື້ນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຢ່າງກ້ວາງຂວາງ ຄຽງຄູ່ກັບການໄດ້ສ້າງຄວາມເຂັ້ມແຂງຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ມີການເຜີຍແຜ່ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ຜູ້ປະຕິບັດນະໂຍບາຍທັງຢູ່ໃນຂະແໜງການຂອງລັດ, ວິສະຫະກິດ ແລະ ຜູ້ສະໝັກໃຈ ຜ່ານສື່ຕ່າງໆ ເຮັດໃຫ້ສັງຄົມຮັບຮູ້ນະໂຍບາຍປະກັນສັງຄົມ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງກ້ວາງຂວາງ. ຕໍ່ກັບຜົນສໍາເລັດທີ່ຍາດມາໄດ້ ເວົ້າລວມ ເວົ້າສະເພາະກໍ່ຄື ການສະໜອງອຸດໜູນປະເພດຕ່າງໆໃຫ້ສະມາຊິກ ເຊັ່ນ: ການປະກັນສຸຂະພາບ, ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກໍາລັງແຮງງານ, ບໍານານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງງານ, ຄຽງຄູ່ດ້ານດີ ກໍ່ຍັງມີບັນດາສິ່ງທ້າທາຍທີ່ເປັນອຸປະສັກໃນເວລາ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ ການປະຕິບັດລາຍຮັບຂອງພາກລັດ ຕໍ່ກັບລາຍຈ່າຍຍັງບໍ່ພຽງພໍເທົ່າທີ່ຄວນ ເຮັດໃຫ້ລັດຖະບານໄດ້ມີການຖົມຂຸມນັບແຕ່ປີ 2020 ເປັນຕົ້ນມາ, ສໍາລັບພາກວິສາຫະກິດ ຕິດພັນກັບບັນຫາການຂະຫຍາຍອັດຕາການປົກຄຸມຍັງບໍ່ໄດ້ດີເທົ່າທີ່ຄວນ ເມື່ອທຽບໃສ່ຫົວໜ່ວຍວິສາຫະກິດເປົ້າໝາຍໃນຂອບເຂດທົ່ວປະເທດ ແລະ ມາດຕະການຕໍ່ຜູ້ລະເມີດຕໍ່ກົດໝາຍ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ, ບາງຂໍ້ກໍານົດກ່ຽວກັບບາງອຸດໜູນ ຍັງມີເນື້ອໃນບໍ່ຄົບຖ້ວນ ຫັດກຸ່ມເທົ່າທີ່ຄວນ ແລະອື່ນໆ, ສະນັ້ນ ຈິ່ງມີຄວາມຈໍາເປັນຕ້ອງໄດ້ມີການປະເມີນກົດໝາຍດັ່ງກ່າວຄືນ ໂດຍອີງໃສ່ວາລະການປັບປຸງກົດໝາຍຂອງສະພາແຫ່ງຊາດ ເພື່ອເປັນການສັງລວມຂໍ້ມຸນ ແລະ ເປັນບ່ອນອີງໃຫ້ແກ່ພາກສ່ວນກ່ຽວຂ້ອງ ເຂົ້າໃນການປັບປຸງກົດໝາຍສະບັບດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂື້ນ ຫຼຸດຜ່ອນຊ່ອງຫວ່າງທາງດ້ານກົດໝາຍ.
ກອງປະຊຸມໄດ້ຮັບຟັງການລາຍງານຄວາມເປັນມາ ແລະ ສະພາບລວມຂອງການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະທີ່ຜ່ານມາໂດຍ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ພ້ອມນັ້ນກອງປະຊຸມຍັງໄດ້ມີການແລກປ່ຽນສະແດງຄໍາຄິດຄໍາເຫັນ ແລະ ສະເໜີບັນຫາຢ່າງກົງໄປກົງມາ ໂດຍແນ່ໃສ່ບັນດາຄໍາຖາມເຈາະຈີ້ມທີ່ທາງສູນກາງໄດ້ກໍານົດໃຫ້.