ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ໃນວາລະ ຂອງ ກອງປະຊຸມສຳມະນາວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຂອງ ກະຊວງ ຍທຂ ໃນລະຫວ່າງວັນທີ 04-08 ກັນຍາ 2023 ທີ່ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ນຸ້ຍ ສັງວິບຸດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຍທຂ, ມີບັນດາຜູ້ຕາງໜ້າຈາກພະແນກ ຍທຂ ແຂວງ 11 ແຂວງ ຢູ່ ພາກກາງ ແລະ ພາກໃຕ້ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 23 ທ່ານ.
ຈຸດປະສົງ ກໍ່ເພື່ອເປັນການທົບທວນຄືນ ແລະ ສ້າງຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບວຽກງານສະຫວັດດີການສັງຄົມ ໂດຍການຂື້ນບັນຍາຍຂອງທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສຳພັນ ຂອງ ອປຊ, ເຊິ່ງທ່ານໄດ້ສະແດງໃຫ້ເຫັນຄວາມເປັນມາ ແລະ ຄວາມສຳຄັນຂອງປະກັນສັງຄົມ ພ້ອມທັງລົງເລິກແຕ່ລະປະເພດການອຸດໜູນ ແລະ ສູດຄິດໄລ່. ກອງປະຊຸມໄດ້ມີເວທີແລກປ່ຽນຖາມ-ຕອບ ເຊິ່ງໄດ້ຮັບການອະທິບາຍຊີ້ແຈງຢ່າງກົງໄປກົງມາ ເຮັດໃຫ້ສຳມະນາກອນ ກໍ່ຄື ພ.ງ ຍທຂ ມີຄວາມເຂົ້າໃຈຫຼາຍຂື້ນຕໍ່ກັບວຽກງານດັ່ງກ່າວ, ເຊິ່ງບັນຫາທີ່ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ ກໍ່ຄື ການຂອດໃຫ້ບໍລິການຂອງໂຮງໝໍຍັງມີຫຼາຍຂັ້ນຕອນ, ກໍລະນີຢາຢູ່ໂຮງໝໍບໍ່ມີ ໄດ້ໄປຊື້ຢູ່ນອກ ແລະອື່ນໆ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)