ໃນວັນທີ 01 ກັນຍາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ II ຂອງ ອປຊ ໄດ້ຈັດພິທີເປີດກອງປະຊຸມໃຫ່ຍຄັ້ງທີ II ຂອງ ໜ່ວຍສະຫະພັນແມ່ຍິງ ອົງການປະກັນສັງຄົມແຫ່ງຊາດ ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ໄກສອນ ອ້ວນຄໍາປັນຍາ ຮອງປະທານສະຫະພັນແມ່ຍິງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເປັນກຽດເຂົ້າຮ່ວມມີ ສະຫາຍ ນາງ ແກ້ວ ຈັນທະວີິໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຕາງໜ້າ 03 ອົງການຈັດຕັ້ງ, ກົມກວດກາ ກະຊວງ ຮສສ ຕະຫຼອດຮອດສະມາຊິກແມ່ຍິງເຂົ້າຮ່ວມທັງໝົດ 68 ສະຫາຍ, ຊາຍ 01 ສະຫາຍ.
ກອງປະຊຸມ ສະຫາຍ ນາງ ວຽງສະຫວັນ ອົມດາລາ ຫົວໜ້າໜ່ວຍສະຫະພັນແມ່ຍິງ ອົງການປະກັນສັງຄົມແຫ່ງຊາດ ໄດ້ຂື້ນຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ກອງປະຊຸມໄດ້ຮັບຮອງເອົາບົດລາຍງານ ແລະ ການເຫັນດີເປັນເອກະພາບ ຕໍ່ບົດສຳຫຼວດຜ່ານມາຂອງຄະນະໜ່ວຍຊຸດເກົ່າ ແລະ ຄະນະຊຸດເກົ່າໄດ້ຂື້ນກ່າວລາໜ້າທີ່. ກອງປະຊຸມໄດ້ຈັດຕັ້ງປ່ອນບັດຄັດເລືອກເອົາຄະນະປະທານໜ່ວຍສະຫະພັນແມ່ຍິງຊຸດໃໝ່ ມີຜູ້ສະໝັກ 07 ສະຫາຍ, ໃນນັ້ນກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍສະຫະພັນແມ່ຍິງ ອປຊ ໄດ້ເລືອກຕັ້ງເອົາຄະນະແມ່ຍິງຊຸດໃໝ່ ມີ 05 ສະຫາຍ, ດັ່ງນີ້:
1. ສະຫາຍ ນາງ ດວງເດືອນ ຈັນທະວົງ ເປັນຫົວໜ້າໜ່ວຍ
2. ສະຫາຍ ນາງ ທຽນທອງ ແກ້ວບົວ ເປັນຮອງຫົວໜ້າໜ່ວຍ
3. ສະຫາຍ ນາງ ພອນທິດາ ຄູນທະລັງສີ ເປັນກໍາມະການໜ່ວຍ
4. ສະຫາຍ ນາງ ພອນສະຫວັນ ຄໍາມະວົງແກ້ວ ເປັນກໍາມະການໜ່ວຍ
5. ສະຫາຍ ນາງ ແຕ ເພັງລາວົງ ເປັນກໍາມະການໜ່ວຍ
ໃນກອງປະຊຸມ ຄະນະປະທານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນການປະກອບສ່ວນເຄື່ອນໄຫວວຽກງານແມ່ຍິງໃນໄລຍະທີ່ຜ່ານມາ, ພ້ອມທັງໃຫ້ຄໍາໂອ້ລົມ ແລະ ທິດຊີ້ນໍາ ຕໍ່ຄະນະໜ່ວຍສະຫະພັນແມ່ຍິງ ອປຊ ຊຸດໃໝ່ ເພື່ອເປັນບ່ອນອີງໃນການເຄື່ອນໄຫວຕໍ່ໜ້າ ດັ່ງນີ້:
- ພ້ອມກັນສືບຕໍ່ສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ໃຫ້ເປັນປົກກະຕິ ແລະ ເປັນສິ່ງສໍາຄັນ.
- ຮຽກຮ້ອງໃຫ້ຄະນະສະຫະພັນແມ່ຍິງຊຸດໃໝ່ ໃຫ້ເອົາໃຈໃສ່ນໍາພາສະມາຊິກຂອງຕົນ ຮ່ວມຊີວິດປະຈໍາເດືອນໃຫ້ເປັນປົກກະຕິ ເພື່ອຜັນຂະຫຍາຍດ້ານດີ ແລະ ພ້ອມກັນແກ້ໄຂດ້ານອ່ອນ ໃຫ້ມີຄວາມກ້າວໜ້າ ພ້ອມທັງນໍາເອົາເອກະສານ ທີ່ສໍາຄັນມາເຜີຍແຜ່ ເຊັ່ນ: ມະຕິຄໍາສັ່ງ ຂໍ້ກໍານົດ,ກົດໝາຍ ,ກົດລະບຽບຂອງກົມກອງ ,ກົດລະບຽບຂອງສະຫະພັນແມ່ຍິງລາວ ມາຜັນຂະຫຍາຍຈັດຕັ້ງເຜີຍແຜ່ເຊື່ອມຊຶ່ມໃຫ້ສະມາຊິກຂອງຕົນຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເປັນແຕ່ລະໄລຍະ.
- ໃຫ້ປັບປຸງແບບແຜນວີທີນໍາພາ, ແບບແຜນວິທີການເຮັດວຽກໃຫ້ມີປະສິດທິຜົນສູງ.
- ປຸກລະດົມເອື້ອຍນ້ອງແມ່ຍິງ ເພີ່ມທະວີຄວາມສາມັກຄີ-ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ມີຄວາມເປັນເອກະພາບໃນການປະຕິບັດໜ້າທີ່ວຽກງານ ເປັນໝູ່ຄະນະ.
- ສືບຕໍ່ຮັກສາມູນເຊື້ອ ວັດທະນະທໍາອັນດີງາມຂອງຊາດ ກໍ່ຄື ຮີດຄອງປະເພນີ ຂອງແມ່ຍິງຊາວແຂວງຫົວພັນ.
- ເອົາໃຈໃສ່ຈັດຕັ້ງປະຕິບັດ , ກວດກາ, ປະເມີນຜົນ ຂອງຂະບວນການແຂ່ງຂັນ 3 ດີ ໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.
- ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ຕ້ອງມີຄວາມດຸໝັ່ນຫ້າວຫັນ ຕັດສິນໃຈສູງຕໍ່ວຽກງານ ວິຊາສະເພາະຂອງຕົນ, ມີໄຫວຜິກໃນການພັດນາຕົນເອງ ແລະ ຊອກຮູ້ຮໍ່າຮຽນນຳບັນດາ ວຽກງານເຕັກໂນໂລຊີ ໃຫ້ມີຄວາມທັນສະໄໝ ເພື່ອນໍາມາພັດທະນາອົງກອນຂອງຕົນ.
ຈາກນັ້ນ, ຕາງໜ້າໜ່ວຍສະຫະພັນແມ່ຍິງ ອປຊ ຊຸດໃໝ່ ໄດ້ຂື້ນກ່າວຮັບຄໍາໂອວາດ ແລະ ປະຕິຍານຕົນ. ກອງປະຊຸມໃຫຍ່ຄັ້ງທີ II ຂອງ ໜ່ວຍສະຫະພັນແມ່ຍິງ ອົງການປະກັນສັງຄົມແຫ່ງຊາດ ໄດ້ສໍາເລັດລົງໃນຕອນທ່ຽງຂອງມື້ດຽວກັນ.