ເພື່ອຮັບປະກັນໃຫ້ການນໍາໃຊ້ງົບປະມານຂອງລັດ ຖືກຕ້ອງຕາມລະບຽບການ ແລະ ເປັນໄປຕາມໄລຍະເວລາທີ່ກໍານົດໄວ້ໃນການຈັດຊື້-ຈັດຈ້າງ ຂອງກະຊວງການເງິນ, ໃນລະຫວ່າງວັນທີ 07-09 ສິງຫາ 2023 ທີ່ ອປຊ ໄດ້ມີການຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ "ການນໍາໃຊ້ງົບປະມານຂອງລັດ ແລະ ການຈັດຊື້-ຈັດຈ້າງ" ໂດຍການເປັນປະທານຂອງທ່ານ ນາງ ດຣ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ໂດຍການຂື້ນບັນຍາຍຂອງທ່ານ ນາງ ອາລຸນນີ ມະນີປະກອນ ຮອງຫົວໜ້າ​ພະ​ແນກຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ລາຄາ, ກົມຄຸ້ມ​ຄອງ​ຊັບ​ສິນ​ແຫ່ງລັດ ກະ​ຊວງ​ການ​ເງິນ, ເຂົ້າຮ່ວມມີມຄະນະອົງການ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
 
ສໍາລັບຊຸດຝຶກອົບຮົມ ຈະໄດ້ລົງເລິກໃນຫຼາຍຫົວຂໍ້ ເຊັ່ນ: ກໍານົດໝາຍການນໍາໃຊ້ຈ່າຍງົບປະມາານຂອງລັດ, ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, ວິທີການຮ່າງເອກະສານທາງລັດຖະການ. ນອກນັ້ນ ຍັງມີການແລກປ່ຽນສົນທະນາຖາມ-ຕອບ ເພື່ອສ້າງຄວາມເຂົ້າໃຈແຈ້ງໃຫ້ບັນດາສໍາມະນາກອນທີ່ເຂົ້າຮ່ວມຕື່ມອີກ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)