ງານມະຫາກໍາສົ່ງເສີມແຮງງານລາວປະຈໍາປີ 2022 ທີ່ ສູນການຄ້າວຽງຈັນເຊັນເຕີ, ລະຫວ່າງວັນທີ 16-20/03/2022. ຂໍເຊີນຊວນບັນດາທ່ານທີ່ຕ້ອງການສະໝັກງານ ສາມາດລົງທະບຽນນໍາບັນດາບໍລິສັດໃນຫຼາກຫຼາຍສາຂາອາຊີບ ແລະ ຕໍາແໜ່ງງານ, ນອກນັ້ນ ພາຍໃນງານຍັງຈະມີການສົນທະນາກ່ຽວກັບວຽກງານແຮງງານຈາກຫຼາຍພາກສ່ວນໃນຫົວຂໍ້ຕ່າງໆ ເຊັນ: ການຟຶ້ນຟູນະໂຍບາຍດ້ານຕະຫຼາດແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ການໃຊ້ດິຈິຕອນໃນຂະແໜງທຸລະກິດ, ແນວໂນ້ມຂອງການຈ້າງງານໃນຂະແໜງບໍລິການໃນໄລຍະ ແລະ ຫຼັງການລະບາດຂອງພະຍາດໂຄວິດ-19, ການພັດທະນາທັກສະ ແລະ ໂອກາດຂອງການຈ້າງງານ, ການປົກປ້ອງແຮງງານ, ການສ້າງຂີດຄວາມສາມາດໃຫ້ແກ່ນັກສຶກສາຈົບໃໝ່ທີ່ຕ້ອງການສະໝັກງານ, ແນວຄວາມຄິດການລິເລີ່ມການເຮັດທຸລະກິດສໍາລັບຄົນລຸ້ນໃໝ່, ຄວາມຕ້ອງການທັກສະ ແລະ ອາຊີບໃນເຂດເສດຖະກິດພິເສດ, ການເປີດທຸລະກິດໃໝ່ ແລະ ນະວັດຕະກໍາໃນຂະແໜງການທຸລະກິດ ແລະອື່ນໆ. ພາຍໃນງານຍັງມີການສະແດງສິລະປະຂອງນັກສຶກສາ ແລະ ຢ້ຽມຊົມຮ້ານວາງສະແດງຈາກຫຼາຍພາກສ່ວນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)